ເຊີນຊວນບັນດາທ່ານ!

ເຊີນຊວນບັນດາທ່ານໄປສັກວັກຊິນກັນພະຍາດໂຄວິດ-19 ເພື່ມພູມຄູ້ມກັນແກ່ຮ່າງກາຍ ຢູ່ສະຖານທີ່ບໍລິການຂອງ + ໂຮງໝໍ ຈຳປາສັກ + ວິທະຍາໄລ ວິທະຍາສາດສຸຂະພາບ ຈຳປາສັກ

ສຸຂະສຶກສາ ວຽກງານສັກຢາວັກຊິນ ວຽກງານລະບາດ ວຽກງານແມ່ແລະເດັກ

ຊຸດຝຶກອົບຮົມສ້າງເປັນຄູຝຶກກ່ຽວກັບວຽກງານການໃຫ້ການບໍລິການ ວັກຊີນກັນພະຍາດທີ່ແຂວງຈຳປາສັກ

ຊຸດຝຶກອົບຮົມສ້າງເປັນຄູຝຶກກ່ຽວກັບວຽກງານການໃຫ້ການບໍລິການ ວັກຊີນກັນພະຍາດທີ່ແຂວງຈຳປາສັກ

#ຊຸດອົບຮົມເປີດຂື້ນຢູ່ທີ່ພະແນກສາທາລະນະສຸກແຂວງຈຳປາສັກຂອງວັນທີ 31ຕຸລາ2023 ໂດຍພາຍໄຕ້ການເຂົ້າຮ່ວມເປັນປະທານຂອງ ທ່ານ ດຣ ວຽງສີ ສຸພັກດີ ຫົວໜ້າພະແນກສາທາລະນະສຸກແຂວງ, ມີຄູຝຶກຈາກ ອົງການ ອະນາໄມໂລກ, ຜູ້ຮັບຜິດຊອບວຽກງານສັກວັກຊີນກັນ ພະຍາດ, ຕ່າງ ໝ້າ ຂະແໜງບໍລິຫານ-ແຜນການແລະການເງີນ, ຂະແໜງປິ່ນ ປົວຟື້ນຟູ ໜ້າທີ່ການ, ຂະແໜງອາຫານແລະຢາ ເຂົ້າຮ່ວມ

#ຈຸດປະສົງຂອງຊຸດອົບຮົມຄັ້ງນີ້ເພື່ອສ້າງໃຫ້ພະນັກງານທີ່ຮັບຜິດຊອບວຽກງານສັກວັກຊີນກັນພະຍາດຂັ້ນເມືອງໃຫ້ເປັນຄູຝຶກເພື່ອນຳໄປຝຶກຕໍ່ໃຫ້ ໂຮງໝໍນ້ອຍໃນຂອບເຂດຄວາມຮັບຜິດຊອບຂອງເມືອງຕົນ

#ເປົ້າໜາຍຂອງຊຸດອົບຮົມຄັ້ງນີ້ເພື່ອສ້າງຄວາມເຂັ້ມແຂງທາງດ້ານວິຊາ ການກ່ຽວກັບວຽກງານການໃຫ້ວັກຊີນກັນພະຍາດໃຫ້ມີຄວາມເປັນເອກະພາບໃນການກະກຽມຄວາມພ້ອມການໃຫ້ການບໍລິການເຊັ່ນ:ການກະກຽມບັນດາກຸ່ມເປົ້າໝາຍ, ກະກຽມອຸປະກອນ, ວັກຊີນ, ການຄຸ້ມຄອງລະບົບ ຄວາມເປັນ, ການສ້າງແຜນຈຸລະພາກປະຈຳປີກ່ຽວກັບວຽກງານການໃຫ້ ວັກຊິນກັນພະຍາດ, ການຄຸ້ມຄອງສິ່ງເສດເຫຼືການປະສານງານລະຫວ່າງ ສາຍຕັ້ງ ແລະ ສາຍຂວາງຢ່າງເປັນຮູບປະທຳ ລວມໄປເຖິງການໂຄສະ ນາສຸ ຂະສຶກສາກ່ຽວກັບຄຸນປະໂຫຍດ, ຜົນດີ, ຜົນຂ້າງຄຽງ ແລະ ການນັດ ໝາຍ ສັກວັກຊິນໃຫ້ເດັກໃນຂັ້ນຕໍ່ໃປ, ທັງໝົດກໍ່ເພື່ອເປັນເອກະພາບໃນການ ຈັດຕັ້ງປະຕິບັວຽກງານໃຫ້ໄປໃນລວງດຽວກັນແຕ່ຂັ້ນແຂວງລົງຮອດ ຂັ້ນທ້ອງຖິ່ນຢ່າງເປັນລະບົບ

super_admin

About Author

Leave a comment

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *

You may also like

ສຸຂະສຶກສາ

ສູນໂພຊະນາການເປີດຊຸດອົບຮົມທີ່ປຶກສາການລ້ຽງລູກດ້ວຍນົມແມ່ ລຸ້ນທີ 3 ໄລຍະສັ້ນ ໃນຫຼັກສູດທີ່ປຶກສາການລ້ຽງລູກດ້ວຍນົມແມ່ ໃຫ້ ບັນດາກົມຕ່າງໆອ້ອມຂ້າງກະຊວງສາທາ, ໂຮງໝໍສູນກາງ ແລະ ສູນຕ່າງໆ.

ສູນໂພຊະນາການເປີດຊຸດອົບຮົມທີ່ປຶກສາການລ້ຽງລູກດ້ວຍນົມແມ່ ລຸ້ນທີ 3 ໄລຍະສັ້ນ ໃນຫຼັກສູດທີ່ປຶກສາການລ້ຽງລູກດ້ວຍນົມແມ່ ໃຫ້ ບັນດາກົມຕ່າງໆອ້ອມຂ້າງກະຊວງສາທາ, ໂຮງໝໍສູນກາງ ແລະ ສູນຕ່າງໆ. ການຝຶກອົບຮົມການລ້ຽງລູກດ້ວຍນົມແມ່ ແມ່ນມີຄວາມໝາຍຄວາມສຳຄັນ ແລະ ເລິກເຊິ່ງໃນການສົ່ງເສີມສຸຂະພາບ ແລະ ໂພຊະນາການຂອງແມ່ ແລະ ເດັກ ກິນນໍ້ານົມແມ່ແຕ່ມື້ເກີດ ແມ່ນມີຄຸນປະໂຫຍດມະຫາສານ
ສຸຂະສຶກສາ ວຽກງານລະບາດ

ຊຸດຝຶກອົບຮົມກ່ຽວກັບການສອດແຊກຄວາມຮູ້ໃບໄມ້ໃນເລືອດ ແລະ ພະຍາດຕິດຕໍ່ຈາກໜ້າດິນເຂົ້າໃນການຮຽນການສອນໃຫ້ແກ່ຜູ້ອໍານວຍການໂຮງຮຽນປະຖົມ ແລະ ມັດທະຍົມ,ທີ່ ເມືອງໂຂງ,ແຂວງຈໍາປາສັກ

ຊຸດຝຶກອົບຮົມກ່ຽວກັບການສອດແຊກຄວາມຮູ້ໃບໄມ້ໃນເລືອດ ແລະ ພະຍາດຕິດຕໍ່ຈາກໜ້າດິນເຂົ້າໃນການຮຽນການສອນໃຫ້ແກ່ຜູ້ອໍານວຍການໂຮງຮຽນປະຖົມ ແລະ ມັດທະຍົມ,ທີ່ ເມືອງໂຂງ,ແຂວງຈໍາປາສັກ #ວັນທີ 21-22 ພະຈິກ 2023.