ເຊີນຊວນບັນດາທ່ານ!

ເຊີນຊວນບັນດາທ່ານໄປສັກວັກຊິນກັນພະຍາດໂຄວິດ-19 ເພື່ມພູມຄູ້ມກັນແກ່ຮ່າງກາຍ ຢູ່ສະຖານທີ່ບໍລິການຂອງ + ໂຮງໝໍ ຈຳປາສັກ + ວິທະຍາໄລ ວິທະຍາສາດສຸຂະພາບ ຈຳປາສັກ

ສຸຂະສຶກສາ ວຽກງານສັກຢາວັກຊິນ ວຽກງານບໍລິຫານແຜນການແລະການເງິນ ວຽກງານລະບາດ ວຽກງານວັນນະໂລກ ວຽກງານອາຫານແລະຢາ ວຽກງານແມ່ແລະເດັກ ວຽກງານໄຂ້ຍຸງ ໂພຊະນາການ

ພິທີປະກາດເມືອງສະຂຸມາເປັນເມືອງຢຸດຕິການຖ່າຍຊະຊາຍ.

#ພິທີປະກາດເມືອງສະຂຸມາເປັນເມືອງຢຸດຕິການຖ່າຍຊະຊາຍ.

ໃນຕອນເຊົ້າວັນທີ27 ຕຸລາ 2023ນີ້,ເມືອງສຸຂຸມາ ແຂວງຈຳປາສັກໄດ້ຈັດພິທີປະກາດຮັບຮອງ ເມືອງສຸຂຸມາ ເປັນເມືອງຢຸດຕິການຖ່າຍຊະຊາຍ,ຢູ່ທີ່ສະໂມສອນຂອງເມືອງ,ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ແກ້ວລັດຕະນະ ສີຫາວົງ ຄະນະປະຈຳພັກແຂວງ ຮອງປະທານສະພາປະຊາຊົນແຂວງຈຳປາສັກ ຜູ້ຊີ້ນຳວຽກງານຮອບດ້ານຢູ່ເມືອງສຸຂຸມາ,ເປັນກຽດເຂົ້າຮ່ວມຂອງທ່ານ ສົມເພັດ ບຸດສະດີ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງໆສຸຂຸມາ ,ທ່ານ ດຣ ຈັນສະໝອນ ທະນະບົວສີ ຮອງຫົວໜ້າະະແນກສາທາລະນະສຸກແຂວງຈຳປາສັກ,ທ່ານ ດຣ ສີສຸກ ແກ້ວມະນີວົງກຳມະການພັກເມືອງ ຫົວໜ້າຫ້ອງການສາທາລະນະສຸກເມືອງ,ມີທ່ານເຈົ້າເມືອງ-ຮອງເຈົ້ເມືອງ9ເມືອງ-1ນະຄອນ,ການນຳຂັ້ນແຂວງ,ຄະນະນຳຂັ້ນເມືອງ-ນະຄອນ,ບັນດາທ່ານໃນຄະນະປະຈຳພັກເມືອງ,ກຳມະການພັກເມືອງ,ຫົວໜ້າ-ຮອງຫົວໜ້າຫ້ອງການ,ກອງກໍ່ສ້າງຮາກຖານຂອງແຂວງປະຈຳເມືອງ,ເລຂາຄະນະພັກຮາກຖານ6ກຸ່ມບ້ານ,ກົມກອງອ້ອມຂ້າງເມືອງ,ນັກທຸລະກິດຕະຫຼອດຮອດອຳນາດການປົກຄອງບ້ານ56ບ້ານເຂົ້າຮ່ວມຢ່າງພ້ອມພຽງ.ໂອກາດດັ່ງກ່າວນີ້ ທ່ານ ບຸນຍູ້ ປາລະມີ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງ ຜູ້ຊີ້ນຳວຽກງານຂົງເຂດວັດທະນະທຳ-ສັງຄົມເມືອງກໍ່ໄດ້ໃຫ້ກຽດຂື້ນຜ່ານບົດລາຍງານການຈັດຕັ້ງປະຕິບັດຊຸມຊົນເປັນເຈົ້າວຽກງານດ້ານສຸຂະອະນາໄມ(ຊຈສ)ແລະວາງທິດທາງແຜນການຕໍ່ໜ້າເຫັນວ່າ:ເມືອງສຸຂຸມາມີທັງໝົດ56ບ້ານ,ມີ6ກຸ່ມບ້ານ,ທົ່ວເມືອງມີພົນລະເມືອງ52.910ຄົນ,ຍິງ25.846ຄົນ,ມີ9.290ຫຼັງຄາ,10.935ຄອບຄົວ,ມີ3ຊົນເຜົ່າຄື:ເຜົ່າລາວລຸ່ມ76,93%,ຊົນເຜົ່ສ່ວຍ23,42%, ຂະແມ0,65%ແລະແບ່ງອອກເປັນ65 ຈຸດສັກຢາກັນພະຍາດ,ອັດຕາຊົມໃຊ້ວິດຖ່າຍຂອງປະຊາຊົນເທົ່າກັບ98%ແລະທຸກຄົນຕ້ອງຖ້າຍໃສ່ວິດເປັນປະຈຳບໍ່ແມ່ນຖ່າຍຊະຊາຍຕາມທຳມະຊາດຄືແຕ່ກ່ອນ,ເພື່ອຕອບສະໜອງການປະຕິຮູບສາທາລະນະສຸກຮອບດ້ານຂອງກະຊວງສາທາລະນະສຸກວາງອອກ ໂດຍສຸມໃສ່ໃນວຽກງານຮັກສາສຸຂະພາບຂັ້ນຕົ້ນຊື່ງແມ່ນວຽກງານທີ່ສຳຄັນໃນການຕັດສິນຊີ້ຂາດຕໍ່ການບັນລຸນະໂຍບາຍລວມດ້ານສາທາລະນະສຸກແລະເປັນພຶ້ນຖານເພື່ອບັນລຸເປົ້າໝາຍການພັດທະນາແບບຢືນຍົງໃນປີ2030,ເຊີ່ງຕິດພັນກັບແຜນພັດທະນາເສດຖະກິດ-ສັງຄົມຂອງມະຕິກອງປະຊຸມໃຫ່ຍຄັ້ງທີVIIຂອງເມືອງສຸຂຸມາ,ວຽກງານຮັກສາສຸຂະພາບຂັ້ນຕົ້ນ(ຮສຂ) ດ້ວຍ9ກິດຈະກຳຕົ້ນຕໍແລ12ກິດຈະກຳປີ່ນອ້ອມຕິດພັນກັບ8ແຜນງານໃຫ່ຍທີ່ກະຊວງສາທາບະນະສຸກວາງອອກ.ພ້ອມນັ້ນທ່ານແກ້ວລັດຕະນະ ສີຫາວົງ ຄະນະປະຈຳພັກແຂວງ ຮອງປະທານສະພາປະຊາຊົນແຂວງກໍ່ໄດ້ກຽດມອບໃບຢັ້ງຢືນເມືອງຢຸດຕິການຖ່າຍຊະຊາຍໃຫ້ທ່ານ ສົມເພັດ ບຸດສະດີ ເຈົ້າເມືອງສຸຂຸມາ,ພ້ອມທັງຕັດແຖບຜ້າແລະລັ່ນຄ້ອງ9ບາດເພື່ອເປັນນິມິດໝາຍໃຫ້ແກ່ພິທີດັ່ງກ່າວອີກດ້ວຍ.

ຂ່າວ-ພາບ:ປັນຍາ ແກ້ວພິລົມ ຖວທ ເມືອງສຸຂຸມາ, ພະແນກສາທາລະນະສຸກແຂວງຈຳປາສັກ

super_admin

About Author

Leave a comment

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *

You may also like

ສຸຂະສຶກສາ

ສູນໂພຊະນາການເປີດຊຸດອົບຮົມທີ່ປຶກສາການລ້ຽງລູກດ້ວຍນົມແມ່ ລຸ້ນທີ 3 ໄລຍະສັ້ນ ໃນຫຼັກສູດທີ່ປຶກສາການລ້ຽງລູກດ້ວຍນົມແມ່ ໃຫ້ ບັນດາກົມຕ່າງໆອ້ອມຂ້າງກະຊວງສາທາ, ໂຮງໝໍສູນກາງ ແລະ ສູນຕ່າງໆ.

ສູນໂພຊະນາການເປີດຊຸດອົບຮົມທີ່ປຶກສາການລ້ຽງລູກດ້ວຍນົມແມ່ ລຸ້ນທີ 3 ໄລຍະສັ້ນ ໃນຫຼັກສູດທີ່ປຶກສາການລ້ຽງລູກດ້ວຍນົມແມ່ ໃຫ້ ບັນດາກົມຕ່າງໆອ້ອມຂ້າງກະຊວງສາທາ, ໂຮງໝໍສູນກາງ ແລະ ສູນຕ່າງໆ. ການຝຶກອົບຮົມການລ້ຽງລູກດ້ວຍນົມແມ່ ແມ່ນມີຄວາມໝາຍຄວາມສຳຄັນ ແລະ ເລິກເຊິ່ງໃນການສົ່ງເສີມສຸຂະພາບ ແລະ ໂພຊະນາການຂອງແມ່ ແລະ ເດັກ ກິນນໍ້ານົມແມ່ແຕ່ມື້ເກີດ ແມ່ນມີຄຸນປະໂຫຍດມະຫາສານ
ສຸຂະສຶກສາ ວຽກງານລະບາດ

ຊຸດຝຶກອົບຮົມກ່ຽວກັບການສອດແຊກຄວາມຮູ້ໃບໄມ້ໃນເລືອດ ແລະ ພະຍາດຕິດຕໍ່ຈາກໜ້າດິນເຂົ້າໃນການຮຽນການສອນໃຫ້ແກ່ຜູ້ອໍານວຍການໂຮງຮຽນປະຖົມ ແລະ ມັດທະຍົມ,ທີ່ ເມືອງໂຂງ,ແຂວງຈໍາປາສັກ

ຊຸດຝຶກອົບຮົມກ່ຽວກັບການສອດແຊກຄວາມຮູ້ໃບໄມ້ໃນເລືອດ ແລະ ພະຍາດຕິດຕໍ່ຈາກໜ້າດິນເຂົ້າໃນການຮຽນການສອນໃຫ້ແກ່ຜູ້ອໍານວຍການໂຮງຮຽນປະຖົມ ແລະ ມັດທະຍົມ,ທີ່ ເມືອງໂຂງ,ແຂວງຈໍາປາສັກ #ວັນທີ 21-22 ພະຈິກ 2023.