ເຊີນຊວນບັນດາທ່ານ!

ເຊີນຊວນບັນດາທ່ານໄປສັກວັກຊິນກັນພະຍາດໂຄວິດ-19 ເພື່ມພູມຄູ້ມກັນແກ່ຮ່າງກາຍ ຢູ່ສະຖານທີ່ບໍລິການຂອງ + ໂຮງໝໍ ຈຳປາສັກ + ວິທະຍາໄລ ວິທະຍາສາດສຸຂະພາບ ຈຳປາສັກ

ຂະບວນການກິລາ

ພະແນກສາທາລະນະສຸກ 4 ແຂວງພາກໃຕ້ ສ້າງຂະບວນການກິລາ ບານເຕະ ຟຸຊໍ ເພື່ອມິດຕະພາບ-ສຸຂະພາບ ຂື້ນທີ່ ແຂວງ ເຊກອງ ປະຈຳປີ 2024

ພະແນກສາທາລະນະສຸກ 4 ແຂວງພາກໃຕ້ ສ້າງຂະບວນການກິລາ ບານເຕະ ຟຸຊໍ ເພື່ອມິດຕະພາບ-ສຸຂະພາບ ຂື້ນທີ່ ແຂວງ ເຊກອງ ປະຈຳປີ 2024

ການຈັດແຂ່ງຂັນກິລາ ບານເຕ ຟຸດຊໍ ຄັ້ງນີ້ໄດ້ຈັດຂື້ນຢູ່ທີ່ ແຂວງ ເຊກອງ ໃນຄັ້ງວັນທີ 01 ມີນາ 2024 ຢູ່ທີ່ເດີ່ນບານ ໂປ້ຍຊຽນ ແຂວງເຊດອງ ໂດຍມີການນຳຂັ້ນສູງຈາກພະແນກສາທາລະນະສຸກທັງ 4 ແຂວງເຂົ້າຮ່ວມພ້ອມດ້ວຍນັກກິລາ ແລະ ຂອງເຊຍຂອງແຕ່ລະແຂວງເຂົ້າຮ່ວມ:

ຈຸດປະສົງຂອງການສ້າງຂະບວນການກິລາຄັ້ງນີ້້ເພື່ອຮັດແໜ້ນຄວາມສາມັກຄີລະຫວ່າງສາທາລະນະສຸກທັງ 4 ແຂວງ ບໍ່ວ່າຈະເປັນທດ້ານການພົວພັນ, ການປະສານງານ, ການແລກປ່ຽນບົດຮຽນວຽກງານວິຊາສະເພາະຕ່າງໆຮອບດ້ານຂອງວຽກງານສາທາລະນະສຸກໃຫ້ມີຄວາມແຂງແກ່ນຂື້ນກວ່າເກົ່າ

ແຕ່ລະແຂວງໄດ້ສົ່ງນັກກິລາເຂົ້າຮ່ວມແຂ່ງຂັນປະກອບມີ 3 ປະເພດກິລາດ້ວຍກັນເຊັ່ນ: ປະເພດບານເຕະຮຸ້ນອາວຸໂສ, ປະເພດບານເຕະ ຊາວໜຸ່ມຊາຍ ແລະ ປະເພດບານ ເຕະຊາວໜຸ່ມຍີງ ຜົນການແຂ່ງຂັນແຕ່ລະປະເພດດັ່ງນີ້:

ປະເພດບານເຕະຮຸ້ນອາວຸໂສ : ອັບດັບ1ໄດ້ແກ່ແຂວງ ເຊກອງ, ອັນດັບ 2 ແຂວງຈໍາປາສັກ, ອັນດັບ 3 ⁠ແຂວງສາລະວັນ ແລະ ອັນດັບ 4 ໄດ້ແກ່ແຂວງ ອັດຕະປື

ປະເພດບ້ານເຕຊາວໜຸ່ມຍິງ: ອັນດັບ 1ໄດ້ແກ່ ແຂວງ ເຊກອງ, ອັນດັບ 2 ແຂວງສາລະວັນ, ອັນດັບ 3 ແຂວງ ⁠ຈໍາປາສັກ ແລະ ອັບດັບ 4 ໄດ້ແກ້ແຂວງ ອັດຕະປື

ປະເພດບານເຕະຊາວຫນຸ່ມຊາຍ(ທົ່ວໄປ): ອັບດັບ 1ໄດ້ແກ່ ແຂວງ ຈໍາປາສັກ, ອັບດັບ 2 ແຂວງ⁠ເຊກອງ, ອັນດັບ 3 ແຂວງ ສາລະວັນ ແລະ ອັນດັບ 4 ໄດ້ແກ່ແຂວງ ⁠ອັດຕະປື

ສຳລັບປີ 2025 ແຂວງຈຳປາສັກໄດ້ຮັບກຽດເປັນເຈົ້າພາບໃນການຈັດງານກິລາຄັ້ງຕໍ່ໄປ, ເຊິ່ງທ່ານ ດຣ ວຽງສີ ສຸພັກດີ ຫົວໜ້າພະແນກສາທາລະນະສຸກແຂວງຈຳປາສັກໄດ້ກ່າວວ່າ: ການແຂ່ງຂັນກິລາຈະໄດ້ເພີ່ມປະເພດການແຂ່ງຂັນກິລາຕື່ມອີກເປັນຕົ້ນແມ່ນ ປະເພດກິລາພີ້ນບ້ານເຊັ່ນ: ຍິງກະຖຸນ, ແລ່ນກະເປົາ, ດຶງເຊືອກ, ອົມນໍ້າໃສ່ແກ້ວ ແລະ ອື່ນໆ ເພື່ອສ້າງໃຫ້ການແຂ່ງຂັນກິລາແຕ່ລະປະເພດໄດ້ມີບົດບາດແລະມີຄວາມມ່ວນຊື່ນອີກດ້ວຍ…

#ພາບ-ຂ່າວ: ພະແນກສາທາລະນະສຸກແຂວງຈຳປາສັກ

super_admin

About Author

Leave a comment

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *

You may also like

ຂະບວນການກິລາ

ຂະບວນການແຂ່ງຂັນກິລາບານສົ່ງຂອງ3ອົງ ການຈັດຕັ້ງມະຫາຊົນຂົງເຂດພະແນກສາທາ ລະນະສຸກແຂວງຈຳປາສັກ ເພື່ອຂໍ່ານັບຮັບຕ້ອນບັ້ນນໍາເນີນການປະເມີນ ໜ່ວຍພັກປອດ ໃສ,ເຂັ້ມແຂງ,ໜັກແໜ້ນ ແລະ ຕ້ອນຮັບວັນຊາດທີ2ທັນວາ ຄົບຮອບ48ປີ

ຂະບວນການແຂ່ງຂັນກິລາບານສົ່ງຂອງ3ອົງ ການຈັດຕັ້ງມະຫາຊົນຂົງເຂດພະແນກສາທາ ລະນະສຸກແຂວງຈຳປາສັກ ເພື່ອຂໍ່ານັບຮັບຕ້ອນບັ້ນນໍາເນີນການປະເມີນ ໜ່ວຍພັກປອດ ໃສ,ເຂັ້ມແຂງ,ໜັກແໜ້ນ ແລະ ຕ້ອນຮັບວັນຊາດທີ2ທັນວາ ຄົບຮອບ48ປີ #ຄັ້ງວັນທີ 10ພະຈິກ2023 ທີ່ວິທະຍາໄລວິທະຍາສາດສຸຂະພາບ ຈຳປາສັກ(ວວສ)
ຂະບວນການກິລາ ວຽກງານບໍລິຫານແຜນການແລະການເງິນ

ຂະບວນການແຂ່ງຂັນກິລາມິດຕະພາບ- ສຸຂະພາບເພື່ອຊົມເຊີຍຜົນສຳເລັດກອງປະຊຸມແລກປ່ຽນແລະຖອດຖອນບົດຮຽນວຽກງານສາທາລະນະສຸກລະຫວ່າງ ແຂວງວຽງຈັນ,ກະຊວງສາທາລະນະສຸກ, ແຂວງອຸດົມໄຊ ແລະ ແຂວງຈຳປາສັກ ທີ່ເມືອງເຟືອງແຂວງ ວຽງຈັນ ຄັ້ງທິວັນທີ 8-9ມີນາ2024

ຂະບວນການແຂ່ງຂັນກິລາມິດຕະພາບ- ສຸຂະພາບເພື່ອຊົມເຊີຍຜົນສຳເລັດກອງປະຊຸມແລກປ່ຽນແລະຖອດຖອນບົດຮຽນວຽກງານສາທາລະນະສຸກລະຫວ່າງ ແຂວງວຽງຈັນ,ກະຊວງສາທາລະນະສຸກ, ແຂວງອຸດົມໄຊ ແລະ ແຂວງຈຳປາສັກ ທີ່ເມືອງເຟືອງແຂວງ ວຽງຈັນ ຄັ້ງທິວັນທີ 8-9ມີນາ2024 ຜົນການແຂ່ງຂັນກິລາຄັ້ງນີ້: ທິມຊະນະເລີດໄດ້ແກ່ແຂວງຈຳປາສັກ ສາມາດຮັກສາແຊັມໄດ້ 2ປີຊ້ອນ ຮອງຊະນະເລີດໄດ້ແກ່ ໂຮງໝໍມະໂຫສົດ #ອັນດັບ 3 ໄດ້ແກ່ ທີມປະສົມລະຫວ່າງ