ເຊີນຊວນບັນດາທ່ານ!

ເຊີນຊວນບັນດາທ່ານໄປສັກວັກຊິນກັນພະຍາດໂຄວິດ-19 ເພື່ມພູມຄູ້ມກັນແກ່ຮ່າງກາຍ ຢູ່ສະຖານທີ່ບໍລິການຂອງ + ໂຮງໝໍ ຈຳປາສັກ + ວິທະຍາໄລ ວິທະຍາສາດສຸຂະພາບ ຈຳປາສັກ

ສາຂາສູນການແພດຟື້ນຟູໜ້າທີ່ການ ສຸຂະສຶກສາ ວຽກງານສັກຢາວັກຊິນ ວຽກງານບໍລິຫານແຜນການແລະການເງິນ ວຽກງານລະບາດ ວຽກງານວັນນະໂລກ ວຽກງານອາຫານແລະຢາ ວຽກງານແມ່ແລະເດັກ ວຽກງານໄຂ້ຍຸງ ອົງການຈັດຕັ້ງມະຫາຊົນ ໂພຊະນາການ

ພະແນກສາທາລະນະສຸກແຂວງຈຳປາສັກຈັດກອງປະຊຸມເຜີຍແຜ່ກົດໝາຍສາທາລະນະສຸກໃຫ້ແກ່ພະນັກງານສາທາລະນະສຸກຂັ້ນເມືອງ, ຫ້ອງການ ອ້ອມ ຂ້າງເມືອງ ແລະ ອຳນາດການປົກຄອງຂັ້ນບ້ານ ທີ່ເມືອງໂພນທອງແຂວງ ຈຳປາສັກ ປະຈຳປີ 2023

ພະແນກສາທາລະນະສຸກແຂວງຈຳປາສັກຈັດກອງປະຊຸມເຜີຍແຜ່ກົດໝາຍສາທາລະນະສຸກໃຫ້ແກ່ພະນັກງານສາທາລະນະສຸກຂັ້ນເມືອງ, ຫ້ອງການ ອ້ອມ ຂ້າງເມືອງ ແລະ ອຳນາດການປົກຄອງຂັ້ນບ້ານ ທີ່ເມືອງໂພນທອງແຂວງ ຈຳປາສັກ ປະຈຳປີ 2023

#ກອງປະຊຸມໄດ້ຈັດຂື້ນຢູ່ທີ່ຫ້ອງວ່າການປົກຄອງເມືອງໂພນທອງຂອງວັນທີ 2 ພະຈິກ 2023 ໂດຍເຂົ້າຮ່ວມເປັນປະທານກອງປະຊຸມພ້ອມທັງໃຫ້ກຽດ ກ່າວບັນລະຍາຍຂອງ ທ່ານ ດຣ ວຽງສີ ສຸພັກດີ ຫົວໜ້າພະແນກສາທາ ລະນະສຸກແຂວງຈຳປາສັກ, ມີບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ ຈາກ ບັນດາຫ້ອງການອ້ອມຂ້າງເມືອງ ແລະພະນັກງານສາທາລະນະ ສຸກເຂົ້າ ຮ່ວມ

#ຈຸດປະສົງຂອງກອງປະຊຸມເພື່ອເຜີຍບັນດາກົດໝາຍຂອງວຽກງານສາທາລະນະສຸກເຊິ່ງມີ6ກົດໜາຍປະກອບມີ:ກົດໝາຍວ່າດ້ວຍການສະກັດກັ້ນ ຕ້ານເຊື້ອHIVແລະພະຍາດເອດ, ກົດໝາຍວ່າດ້ວຍຢາແລະຜະລິດຕະ ພັນ ການແພດ, ກົດໝາຍວ່າດ້ວຍອາຫານ,ກົດໝາຍວ່າດ້ວຍການປິ່ນປົວ,ກົດໝາຍວ່າດ້ວຍປະກັນສຸຂະພາບ,ກົດໝາຍວ່າດ້ວຍອະນາໄມແລະ ສິ່ງ ແວດລ້ອມ,

ການເຜີຍແຜ່ກົດດັ່ງກ່າວນີ້ກໍ່ເພື່ອໃຫ້ສັງຄົມໄດ້ເຊື່ອມ ຊຶມ, ເຂົ້າໃຈ ກ່ຽວກັບບັນດາເນື້ອໃນຂອງກົດໜາຍທີ່ຕິດພັນກັບສິດແລະໜ້າທີ່ ,ເປົ້າ ໝາຍ,ຍຸດທະສາດລວມຂອງວຽກງານສາທາລະນະ ສຸຸກແຕ່່ແຕ່ລະ ໄລຍະ, ຕະຫຼອດຮອດສິດແລະໜ້າທີ່ໃນການເຂົ້າເຖິງການ ບໍລິການຂອງ ປະຊາ ຊົນທີ່ຄວນຈະໄດ້ຮັບ ແລະ ການລະເມີດຕໍ່ກົດໝາຍໃນການເຂົ້າ ເຖິງການ ບໍລິການສຸຂະພາບທີ່ທາງກະຊວງສາທາລະນະສຸກວາງອອກແຕ່ລະໄລຍະ

super_admin

About Author

Leave a comment

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *

You may also like

ສຸຂະສຶກສາ

ສູນໂພຊະນາການເປີດຊຸດອົບຮົມທີ່ປຶກສາການລ້ຽງລູກດ້ວຍນົມແມ່ ລຸ້ນທີ 3 ໄລຍະສັ້ນ ໃນຫຼັກສູດທີ່ປຶກສາການລ້ຽງລູກດ້ວຍນົມແມ່ ໃຫ້ ບັນດາກົມຕ່າງໆອ້ອມຂ້າງກະຊວງສາທາ, ໂຮງໝໍສູນກາງ ແລະ ສູນຕ່າງໆ.

ສູນໂພຊະນາການເປີດຊຸດອົບຮົມທີ່ປຶກສາການລ້ຽງລູກດ້ວຍນົມແມ່ ລຸ້ນທີ 3 ໄລຍະສັ້ນ ໃນຫຼັກສູດທີ່ປຶກສາການລ້ຽງລູກດ້ວຍນົມແມ່ ໃຫ້ ບັນດາກົມຕ່າງໆອ້ອມຂ້າງກະຊວງສາທາ, ໂຮງໝໍສູນກາງ ແລະ ສູນຕ່າງໆ. ການຝຶກອົບຮົມການລ້ຽງລູກດ້ວຍນົມແມ່ ແມ່ນມີຄວາມໝາຍຄວາມສຳຄັນ ແລະ ເລິກເຊິ່ງໃນການສົ່ງເສີມສຸຂະພາບ ແລະ ໂພຊະນາການຂອງແມ່ ແລະ ເດັກ ກິນນໍ້ານົມແມ່ແຕ່ມື້ເກີດ ແມ່ນມີຄຸນປະໂຫຍດມະຫາສານ
ສຸຂະສຶກສາ ວຽກງານລະບາດ

ຊຸດຝຶກອົບຮົມກ່ຽວກັບການສອດແຊກຄວາມຮູ້ໃບໄມ້ໃນເລືອດ ແລະ ພະຍາດຕິດຕໍ່ຈາກໜ້າດິນເຂົ້າໃນການຮຽນການສອນໃຫ້ແກ່ຜູ້ອໍານວຍການໂຮງຮຽນປະຖົມ ແລະ ມັດທະຍົມ,ທີ່ ເມືອງໂຂງ,ແຂວງຈໍາປາສັກ

ຊຸດຝຶກອົບຮົມກ່ຽວກັບການສອດແຊກຄວາມຮູ້ໃບໄມ້ໃນເລືອດ ແລະ ພະຍາດຕິດຕໍ່ຈາກໜ້າດິນເຂົ້າໃນການຮຽນການສອນໃຫ້ແກ່ຜູ້ອໍານວຍການໂຮງຮຽນປະຖົມ ແລະ ມັດທະຍົມ,ທີ່ ເມືອງໂຂງ,ແຂວງຈໍາປາສັກ #ວັນທີ 21-22 ພະຈິກ 2023.