ເຊີນຊວນບັນດາທ່ານ!

ເຊີນຊວນບັນດາທ່ານໄປສັກວັກຊິນກັນພະຍາດໂຄວິດ-19 ເພື່ມພູມຄູ້ມກັນແກ່ຮ່າງກາຍ ຢູ່ສະຖານທີ່ບໍລິການຂອງ + ໂຮງໝໍ ຈຳປາສັກ + ວິທະຍາໄລ ວິທະຍາສາດສຸຂະພາບ ຈຳປາສັກ

ສຸຂະສຶກສາ ວຽກງານລະບາດ

ຊຸດອົບຮົມກ່ຽວກັບລະບົບການຄຸ້ມຄອງເຫດການແລະການປະເມີນຄວາມສ່ຽງໂດຍນໍາໃຊ້ຂໍ້ມູນເພື່ອສ້າງຄວາມເຂັ້ມແຂງ ແລະ ໂຕ້ຕອບຕໍ່ເຫດ ການສຸກເສີນທາງດ້ານສາທາລະນະສຸກ

ຊຸດອົບຮົມກ່ຽວກັບລະບົບການຄຸ້ມຄອງເຫດການແລະການປະເມີນຄວາມສ່ຽງໂດຍນໍາໃຊ້ຂໍ້ມູນເພື່ອສ້າງຄວາມເຂັ້ມແຂງ ແລະ ໂຕ້ຕອບຕໍ່ເຫດ ການສຸກເສີນທາງດ້ານສາທາລະນະສຸກ

#ຊຸຸດອົບຮົມຄັ້ງນີ້ຈັດຂື້ນຢູ່ທີ່ຫ້ອງປະຊຸມຂອງສູນຄົ້ນຄ້ວາກະຊິກຳເມືອງປາກຊ່ອງ ຄັ້ງວັນທີ 9-10 ຕຸລາ 2023 ໂດຍພາຍໄຕ້ການເຂົ້າຮ່ວມເປັນປະທານ ຂອງ ທ່ານ ດຣ ວຽງສີ ສຸພັກດີ ຫົວໜ້າພະແນກສາທາລະນະສຸກແຂວງ, ຊຸດອົບຮົມຄັ້ງນີ້ພາຍໄຕ້ຄວາມຮັບຜິດຊອບຂອງກົມຄວບຄຸມພະຍາດຕິດຕໍ່ກະຊວງສາທາລະນະສຸກ ແລະ ມີນັກສຳມະນາກອນຈາກ ແຂວງຈຳປາສັກ ແລະ ແຂວງສາລະວັນປະກອບມີຫົວໜ້າຂະແໜງຄວາມຄຸ່ມພະຍາດຕິດຕໍ່, ຕ່າງໜ້າຂະແໜງບໍລິຫານ,ຂະແໜງປີ່ນປົວ, ສຸຂະສຶກສາ, ຕ່າງໝ້າ ຫ້ອງ ວ່າການປົກຄອງແຂວງ,ພາລາທິການ, ຜູ້ ຮັບຜິດຊອບວຽກງານກັນພະ ຍາດແລະສົ່ງເສີມສຸຂະພາບແລະ ຜູ້ຮັບຜິດຊອບວຽກງານຫ້ອງປະຕິບັດ ງານເຫດການສຸກເສີນຂອງຂັ້ນແຂວງ ແລະ ຂັ້ນເມືອງ ເຂົ້າຮ່ວມ:

ຈຸດປະສົງການອົບຮົມຄັ້ງນີ້ເພື່ອທົບທວນຄືນການຈັດຕັ້ງປະຕິບັດລະບົບ ການຄຸ້ມຄອງບໍລິການເຫດການສຸກເສີນ(IMS) ແລະການປະເມີນຄວາມ ສ່ຽງ ໂດຍການນໍາໃຊ້ຂໍ້ມູູນຈາກຫຼາຍແຫຼງ(MSS)ໃນການໂຕ້ຕອບເຫດ ການສຸກ ເສີນດ້ານສາທາລະນະສຸກ, ເຜີຍແຜ່ຄູ່ມືການປະເມີນຄວາມສ່ຽງ ສະບັບປັບ ປຸງໃໝ່ໃຫ້ມີຄວາມເປັນເອກກະພາບກ່ຽວກັບພາລະບົດບາດ ແລະ ໜ້າທີ່ ຮັບຜິດຊອບສຳລັບການຈັດຕັ້ງປະຕິບັດລະບົບຄຸ້ມຄອງ ບໍລິຫານເຫດການໃນພາວະສຸກເສີນ, ການກຳນົດລະບົບຕ່ອງໂສ້ການລະປະ ສານງານລະຫວ່າງ ຂັ້ນສູນກາງ, ຂັ້ນແຂວງ, ຂັ້ນເມືອງລົງຮອດຂັ້ນທ້ອງ ຖີ່ນຢ່າງເປັນ ລະບົບ ຕໍ່ເນື່ອງໃນໄລະຍະກະກຽມກ່ອນການລະບາດ, ການ ໂຕ້ຕອບ ແລະ ໄລະຍະການຟື້ນຟູຫຼັງການລະບາດຕ່າງໃຫ້ມີຄວາມຍືນຍົງ

ບັນຍາກາດຂອງຊຸດອົບຮົມແມ່ນໃດ້ເຮັດບົດທົດສອບກ່ອນ ແລະ ຫຼັງ ການອົບ ຮົມພ້ອມທັງແບ່ງກຸ່ມຄົ້ນຄ້ວາໂດຍຍົກເອົາບັນຫາຫຼືເຫດການ ໃດໜື່ງມາຄົ້ນຄວ້າປຶກສາຫາລືພ້ອມທັງແຕ່ລະກຸ່ມຂື້ນນຳສະເໜີຜົນການຄົ້ນຄວ້າ

super_admin

About Author

Leave a comment

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *

You may also like

ສຸຂະສຶກສາ

ສູນໂພຊະນາການເປີດຊຸດອົບຮົມທີ່ປຶກສາການລ້ຽງລູກດ້ວຍນົມແມ່ ລຸ້ນທີ 3 ໄລຍະສັ້ນ ໃນຫຼັກສູດທີ່ປຶກສາການລ້ຽງລູກດ້ວຍນົມແມ່ ໃຫ້ ບັນດາກົມຕ່າງໆອ້ອມຂ້າງກະຊວງສາທາ, ໂຮງໝໍສູນກາງ ແລະ ສູນຕ່າງໆ.

ສູນໂພຊະນາການເປີດຊຸດອົບຮົມທີ່ປຶກສາການລ້ຽງລູກດ້ວຍນົມແມ່ ລຸ້ນທີ 3 ໄລຍະສັ້ນ ໃນຫຼັກສູດທີ່ປຶກສາການລ້ຽງລູກດ້ວຍນົມແມ່ ໃຫ້ ບັນດາກົມຕ່າງໆອ້ອມຂ້າງກະຊວງສາທາ, ໂຮງໝໍສູນກາງ ແລະ ສູນຕ່າງໆ. ການຝຶກອົບຮົມການລ້ຽງລູກດ້ວຍນົມແມ່ ແມ່ນມີຄວາມໝາຍຄວາມສຳຄັນ ແລະ ເລິກເຊິ່ງໃນການສົ່ງເສີມສຸຂະພາບ ແລະ ໂພຊະນາການຂອງແມ່ ແລະ ເດັກ ກິນນໍ້ານົມແມ່ແຕ່ມື້ເກີດ ແມ່ນມີຄຸນປະໂຫຍດມະຫາສານ
ສຸຂະສຶກສາ ວຽກງານລະບາດ

ຊຸດຝຶກອົບຮົມກ່ຽວກັບການສອດແຊກຄວາມຮູ້ໃບໄມ້ໃນເລືອດ ແລະ ພະຍາດຕິດຕໍ່ຈາກໜ້າດິນເຂົ້າໃນການຮຽນການສອນໃຫ້ແກ່ຜູ້ອໍານວຍການໂຮງຮຽນປະຖົມ ແລະ ມັດທະຍົມ,ທີ່ ເມືອງໂຂງ,ແຂວງຈໍາປາສັກ

ຊຸດຝຶກອົບຮົມກ່ຽວກັບການສອດແຊກຄວາມຮູ້ໃບໄມ້ໃນເລືອດ ແລະ ພະຍາດຕິດຕໍ່ຈາກໜ້າດິນເຂົ້າໃນການຮຽນການສອນໃຫ້ແກ່ຜູ້ອໍານວຍການໂຮງຮຽນປະຖົມ ແລະ ມັດທະຍົມ,ທີ່ ເມືອງໂຂງ,ແຂວງຈໍາປາສັກ #ວັນທີ 21-22 ພະຈິກ 2023.