ເຊີນຊວນບັນດາທ່ານ!

ເຊີນຊວນບັນດາທ່ານໄປສັກວັກຊິນກັນພະຍາດໂຄວິດ-19 ເພື່ມພູມຄູ້ມກັນແກ່ຮ່າງກາຍ ຢູ່ສະຖານທີ່ບໍລິການຂອງ + ໂຮງໝໍ ຈຳປາສັກ + ວິທະຍາໄລ ວິທະຍາສາດສຸຂະພາບ ຈຳປາສັກ

ສຸຂະສຶກສາ

#ພິທີ-ມອບຮັບລໍ້ເລື່ອນ ລໍ້ໂຍກໃຫ້ແກ່ຄົນພິການເສຍອົງຄະທີ່ສາຂາສູນ ການ ແພດ-ຟື້ນຟູໜ້າທີ່ການສາຂາແຂວງຈຳປາສັກ

ພິທີດັ່ງໄດ້ຈັດຂື້ນຢູ່ທີ່ສາຂາສູນການແພດຟື້ນພູໜ້າທີ່ການສາຂາແຂວງຈຳປາສັກ ໃນຄັ້ງວັນທີ 3 ຕຸລາ2023 ໂດຍໃຫ້ກຽດກ່າວຮັບໂດຍທ່ານ ດຣ ວຽງສີ ສຸພັກດີ ຫົວໜ້າພະແນກ ສາທາລະນະສຸກແຂວງ ແລະ ຮັບໂດຍ ທ່ານ ດຣ ທອງເພັດ ສິດທິວັນ ຫົວໜ້າສູນການແພດຟື້ນຟູໜ້າທີ່ການກະຊວງ ສາ ທາລະນະສຸກພ້ອມດ້ວຍທ່ານ ຈອນ ຟຣາຍເອີ ຫົວໜ້າອົງການໃຈບຸນ ສາ ກົນປະຈຳລາວ(DIC)ແລະມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ:

ອຸປະກອນດັ່ງກ່າວນີ້ມີຈຳນວນທັງໝົດ 20 ຄັນຈຸດປະສົງໃນການມອບ-ຮັບ ຄັ້ງນີ້ແມ່ນດນມອບໃຫ້ແກ່ຄົນເຈັບພິການທີ່ບໍ່ສາມາດເຄື່ອນ ໄຫວໄປມາ ໄດ້ດ້ວຍຕົນເອງໃຫ້ສາມາດເຄື່ອນໄຫວໄປມາໄດ້ຢ່າງສະດວກສະ ບາຍໃນ ການດຳລົງຊີວິດປະຈຳວັນຂອງເຂົາເຈົ້າ

ໃນນາມຕ່າງໝ້າພະແນກສາທາລະນະສຸກແຂວງຈຳປາສັກຂໍສະແດງຄວາມຮູ້ບຸນຄຸນແລະ ສະແດງຄວາມຂອບໃຈມາຍັງອົງການໃຈບຸນສາກົນທີ່ໃຫ້ ການຊ່ວຍ ເຫຼືອອຸປະກອນດັ່ງກ່າວນີ້ເຊິ່ງປຽບເໜືອນໃຫ້ຊີວິດໃໝ່ແກ່ຄົນ ພິການອີກ ຄັ້ງໃນການດຳລົງຊີວິດຂອງເຂົາເຈົ້າຕໍ່ໄປ

ຂ່າວ ແລະ ພາບ: ຂ່າວສານພະແນກສາທາລະນະສຸກແຂວງຈຳປາສັກ

super_admin

About Author

Leave a comment

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *

You may also like

ສຸຂະສຶກສາ

ສູນໂພຊະນາການເປີດຊຸດອົບຮົມທີ່ປຶກສາການລ້ຽງລູກດ້ວຍນົມແມ່ ລຸ້ນທີ 3 ໄລຍະສັ້ນ ໃນຫຼັກສູດທີ່ປຶກສາການລ້ຽງລູກດ້ວຍນົມແມ່ ໃຫ້ ບັນດາກົມຕ່າງໆອ້ອມຂ້າງກະຊວງສາທາ, ໂຮງໝໍສູນກາງ ແລະ ສູນຕ່າງໆ.

ສູນໂພຊະນາການເປີດຊຸດອົບຮົມທີ່ປຶກສາການລ້ຽງລູກດ້ວຍນົມແມ່ ລຸ້ນທີ 3 ໄລຍະສັ້ນ ໃນຫຼັກສູດທີ່ປຶກສາການລ້ຽງລູກດ້ວຍນົມແມ່ ໃຫ້ ບັນດາກົມຕ່າງໆອ້ອມຂ້າງກະຊວງສາທາ, ໂຮງໝໍສູນກາງ ແລະ ສູນຕ່າງໆ. ການຝຶກອົບຮົມການລ້ຽງລູກດ້ວຍນົມແມ່ ແມ່ນມີຄວາມໝາຍຄວາມສຳຄັນ ແລະ ເລິກເຊິ່ງໃນການສົ່ງເສີມສຸຂະພາບ ແລະ ໂພຊະນາການຂອງແມ່ ແລະ ເດັກ ກິນນໍ້ານົມແມ່ແຕ່ມື້ເກີດ ແມ່ນມີຄຸນປະໂຫຍດມະຫາສານ
ສຸຂະສຶກສາ ວຽກງານລະບາດ

ຊຸດຝຶກອົບຮົມກ່ຽວກັບການສອດແຊກຄວາມຮູ້ໃບໄມ້ໃນເລືອດ ແລະ ພະຍາດຕິດຕໍ່ຈາກໜ້າດິນເຂົ້າໃນການຮຽນການສອນໃຫ້ແກ່ຜູ້ອໍານວຍການໂຮງຮຽນປະຖົມ ແລະ ມັດທະຍົມ,ທີ່ ເມືອງໂຂງ,ແຂວງຈໍາປາສັກ

ຊຸດຝຶກອົບຮົມກ່ຽວກັບການສອດແຊກຄວາມຮູ້ໃບໄມ້ໃນເລືອດ ແລະ ພະຍາດຕິດຕໍ່ຈາກໜ້າດິນເຂົ້າໃນການຮຽນການສອນໃຫ້ແກ່ຜູ້ອໍານວຍການໂຮງຮຽນປະຖົມ ແລະ ມັດທະຍົມ,ທີ່ ເມືອງໂຂງ,ແຂວງຈໍາປາສັກ #ວັນທີ 21-22 ພະຈິກ 2023.