ເຊີນຊວນບັນດາທ່ານ!

ເຊີນຊວນບັນດາທ່ານໄປສັກວັກຊິນກັນພະຍາດໂຄວິດ-19 ເພື່ມພູມຄູ້ມກັນແກ່ຮ່າງກາຍ ຢູ່ສະຖານທີ່ບໍລິການຂອງ + ໂຮງໝໍ ຈຳປາສັກ + ວິທະຍາໄລ ວິທະຍາສາດສຸຂະພາບ ຈຳປາສັກ

ສຸຂະສຶກສາ ວຽກງານແມ່ແລະເດັກ

ພິທີສະເຫຼີມສະຫຼອງວັນເດັກຍີງສາກົນທີ່ແຂວງຈຳປາສັກ

ພິທີສະເຫຼີມສະຫຼອງວັນເດັກຍີງສາກົນທີ່ແຂວງຈຳປາສັກ

ພິທີດັ່ງກ່າວຈັດຂື້ນຢູ່ທີ່ໂຮງໝໍແຂວງຈຳປາສັກ ຄັ້ງວັນທີ 11ຕຸລາ2023,ໂດຍພາຍໄຕ້ການເຂົ້າຮ່ວມເປັນປະທານຂອງທ່ານ ດຣ ກັນໄຊ ເວີນນະວົງ ຮອງຜູ້ອຳນວຍການໂຮງໝໍຈຳປາສັກ, ມີບັນດາແຂກເຂົ້າຮ່ວມຈາກພາກສ່ວນຕ່າງປະກອບມີ: ຫົວໜ້າຂະແໜງ,ຮອງຂະແໜງ,ທ່ານໝໍ, ພະຍາບານອ້ອມຂ້າງໂຮງໝໍຈໍາປາສັກ,ມີບັນດານ້ອງນ້ອຍແມ່ຍິ່ງຈາກຫຼາຍເມືອງພ້ອມດ້ວຍຫຼານນ້ອຍສິລະປະຈາກໂຮງຮຽນປະຖົມປາກເຊເຂົ້າຮ່ວມ:

#ວັນເດັກຍິງສາກົນແມ່ນໄດ້ກຳນົດເອົາວັນທີ 11ຕຸລາ ຂອງທຸກໆປີ ເປັນວັນສະເຫຼີມສະ ຫຼອງວັນດັ່ງກ່າວໂດຍພາຍໃຕ້ຄຳຂວັນທີ່ວ່າ #ພະລັງສຽງຂອງເດັກຍີງ# ຈຸດປະສົ່ງຂອງການຈັດງານຄັ້ງນີ້ເພື່ອແນ່ໃສ່ສ້າງຄວາມເຂັ້ມແຂງໃຫ້ແກ່ເດັກຍິງເຮັດໃຫ້ເຂົາໄດ້ມີຄວາມຮູ້ແລະທັກສະໃນການດຳລົງຊີວິດເພື່ອສົ່ງ ເສີມໃຫ້ເດັກໄດ້ມີສິດສະເໝີພາບເທົ່າທຽມກັນໃນສັງ,ບໍ່ມີການແບ່ງແຍກລະຫວ່າງເພດລວມໄປເຖິງການສິດທິຕ່າງໆເປັນຕົ້ນການຮັກສາສຸຂະ ພາບເວລາເປັນປະຈຳເດືອນ,ດ້ານເພດສຶກສາ, ສິດໃນການເຂົ້າໂຮງ ຮຽນ, ຫຼີກລຽງການຖືພາໂດຍບໍ່ໄດ້ຕັ້ງໃຈ, ການເສີມສ້າງທັກສະໃນການດຳລົງຊີວິດແລະ ອື່ນໆ ,

ກິດຈະກຳຄັ້ງນີ້ແມ່ນໄດ້ຮັບການສະໜັບສະໝູນຫຼັກຈາກ #ມຸນນິທິດູແລປິ່ນປົວພະຍາດເອດ ປະຈຳ ສປປ ລາວ(AHF-Laos)

super_admin

About Author

Leave a comment

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *

You may also like

ສຸຂະສຶກສາ

ສູນໂພຊະນາການເປີດຊຸດອົບຮົມທີ່ປຶກສາການລ້ຽງລູກດ້ວຍນົມແມ່ ລຸ້ນທີ 3 ໄລຍະສັ້ນ ໃນຫຼັກສູດທີ່ປຶກສາການລ້ຽງລູກດ້ວຍນົມແມ່ ໃຫ້ ບັນດາກົມຕ່າງໆອ້ອມຂ້າງກະຊວງສາທາ, ໂຮງໝໍສູນກາງ ແລະ ສູນຕ່າງໆ.

ສູນໂພຊະນາການເປີດຊຸດອົບຮົມທີ່ປຶກສາການລ້ຽງລູກດ້ວຍນົມແມ່ ລຸ້ນທີ 3 ໄລຍະສັ້ນ ໃນຫຼັກສູດທີ່ປຶກສາການລ້ຽງລູກດ້ວຍນົມແມ່ ໃຫ້ ບັນດາກົມຕ່າງໆອ້ອມຂ້າງກະຊວງສາທາ, ໂຮງໝໍສູນກາງ ແລະ ສູນຕ່າງໆ. ການຝຶກອົບຮົມການລ້ຽງລູກດ້ວຍນົມແມ່ ແມ່ນມີຄວາມໝາຍຄວາມສຳຄັນ ແລະ ເລິກເຊິ່ງໃນການສົ່ງເສີມສຸຂະພາບ ແລະ ໂພຊະນາການຂອງແມ່ ແລະ ເດັກ ກິນນໍ້ານົມແມ່ແຕ່ມື້ເກີດ ແມ່ນມີຄຸນປະໂຫຍດມະຫາສານ
ສຸຂະສຶກສາ ວຽກງານລະບາດ

ຊຸດຝຶກອົບຮົມກ່ຽວກັບການສອດແຊກຄວາມຮູ້ໃບໄມ້ໃນເລືອດ ແລະ ພະຍາດຕິດຕໍ່ຈາກໜ້າດິນເຂົ້າໃນການຮຽນການສອນໃຫ້ແກ່ຜູ້ອໍານວຍການໂຮງຮຽນປະຖົມ ແລະ ມັດທະຍົມ,ທີ່ ເມືອງໂຂງ,ແຂວງຈໍາປາສັກ

ຊຸດຝຶກອົບຮົມກ່ຽວກັບການສອດແຊກຄວາມຮູ້ໃບໄມ້ໃນເລືອດ ແລະ ພະຍາດຕິດຕໍ່ຈາກໜ້າດິນເຂົ້າໃນການຮຽນການສອນໃຫ້ແກ່ຜູ້ອໍານວຍການໂຮງຮຽນປະຖົມ ແລະ ມັດທະຍົມ,ທີ່ ເມືອງໂຂງ,ແຂວງຈໍາປາສັກ #ວັນທີ 21-22 ພະຈິກ 2023.