ເຊີນຊວນບັນດາທ່ານ!

ເຊີນຊວນບັນດາທ່ານໄປສັກວັກຊິນກັນພະຍາດໂຄວິດ-19 ເພື່ມພູມຄູ້ມກັນແກ່ຮ່າງກາຍ ຢູ່ສະຖານທີ່ບໍລິການຂອງ + ໂຮງໝໍ ຈຳປາສັກ + ວິທະຍາໄລ ວິທະຍາສາດສຸຂະພາບ ຈຳປາສັກ

ສາຂາສູນການແພດຟື້ນຟູໜ້າທີ່ການ ສຸຂະສຶກສາ ວຽກງານສັກຢາວັກຊິນ ວຽກງານບໍລິຫານແຜນການແລະການເງິນ ວຽກງານລະບາດ ວຽກງານວັນນະໂລກ ວຽກງານອາຫານແລະຢາ ວຽກງານແມ່ແລະເດັກ ວຽກງານໄຂ້ຍຸງ ອົງການຈັດຕັ້ງມະຫາຊົນ ໂພຊະນາການ

ການນຳແຂວງຈຳປາສັກ ແລະ ເມືອງໂພນທອງ ເຄື່ອນໄຫວຢ້ຽມຢາມອວຍພອນນາຍ ແລະ ພົນທະຫານ ກອງຮ້ອຍ 522,​ກອງພັນ 22,ກອງພັນເຄື່ອນທີ່ໄວ, ກອງບັນຊາການທະຫານເມືອງແລະປັກຫລັກໝາຍຊາຍແດນລາວ-ໄທເມືອງໂພນທອງ

ການນຳແຂວງຈຳປາສັກ ແລະ ເມືອງໂພນທອງ ເຄື່ອນໄຫວຢ້ຽມຢາມອວຍພອນນາຍ ແລະ ພົນທະຫານ ກອງຮ້ອຍ 522,​ກອງພັນ 22,ກອງພັນເຄື່ອນທີ່ໄວ, ກອງບັນຊາການທະຫານເມືອງແລະປັກຫລັກໝາຍຊາຍແດນລາວ-ໄທເມືອງໂພນທອງ

ວັນທີ 26 ມັງກອນ 2024 ຜ່ານມານີ້ການນຳຂອງແຂວງ ຈຳປາສັກ ແລະ ເມືອງໂພນທອງ ເຄື່ອນໄຫວຢ້ຽມຢາມ ນາຍ ແລະ ພົນທະຫານກອງຮ້ອຍ 522,ກອງພັນ 22, ກອງພັນເຄື່ອນທີ່ໄວ,ກອງບັນຊາການທະຫານເມືອງ ແລະ ປັກຫລັກໝາຍຊາຍແດນລາວ-ໄທເມືອງໂພນທອງເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ, ການລົງເຄື່ອນໄຫວໃນຄັ້ງນີ້ນຳໂດຍທ່ານ ສາຍທອງ ໄຊຍະວົງ ຮັກສາການເລຂາພັກແຂວງ ປະທານສະພາປະຊາຊົນແຂວງຈຳປາສັກ, ມີທ່ານ ສຸພາບ ທຳມະຮັກສາ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໂພນທອງ,​ພະນັກງານການນຳຈາກແຂວງ ແລະ ເມືອງພ້ອມດ້ວຍນາຍແລະພົນທະຫານເຂົ້າຮ່ວມ.​

ຈຸດປະສົງການລົງເຄື່ອນໄຫວຢ້ຽມຢາມໃນຄັ້ງນີ້ເພື່ອອວຍພອນ ນາຍ ແລະ ພົນທະຫານ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງ ກອງທັບປະຊາຊົນລາວຄົບຮອບ 75 ປີ ພ້ອມທັງໄດ້ນຳເອົາເຄື່ອງຂອງທີ່ນຳໄປມອບໃນຄັ້ງນີ້ປະກອບມີເຄື່ອງບໍລິໂພກ,ອຸປະໂພກ ເປັນຕົ້ນແມ່ນນ້ຳດື່ມ, ເຂົ້າສານ,ໝີ່, ໝໍ້ນ້ຳຮ້ອນ, ຕຸກນ້ຳໃຫຍ່,​ຢາປົວພະຍາດ ແລະ ເງິນສົດອີກຈຳນວນໜຶ່ງ, ທັງນີ້ກໍ່ເພື່ອເປັນການຢຽ້ມຢາມຖາມຂ່າວດ້ວຍຄວາມເປັນຫ່ວງເປັນໄຍໃຫ້ກຳລັງໃຈບັນດາສະຫາຍນາຍແລະພົນທະຫານທີ່ໄດ້ເອົາໃຈໃສ່ປະຕິບັດໜ້າທີ່, ລາດຕະເວນຍາມຕາມຈຸດຕ່າງໆດ້ວຍຄວາມຮັບຜິດ ຊອບສູງຕາມເຂດຊາຍແດນເພື່ອປົກປັກຮັກສາເຂດແດນນຳ້ດິນແລະຄວາມສະຫງົບສຸກຂອງປະຊາຊົນບັນດາເຜົ່າ​

ການລົງຢຽມຢາມຄັ້ງນີ້ປະກອບມີພະນັກງານການນໍາຂັ້ນແຂວງແລະຂັ້ນເມືອງພ້ອມດ້ວຍ ພະນັກງານວິຊາການຈາກພະແນກສາທາລະນະສຸກແຂວງ, ພະແນກຊັບພະຍາດກອນທໍາມະຊາດ ແລະ ສິ່ງແວດລ້ອມ, ສະພາປະຊາຊົນແຂວງ ແລະ ພະແນກພາຍໃນແຂວງເຂົ້າຮ່ວມ

#ພາບ-ຂ່າວ: ພະແນກສາທາລະນະສຸກແຂວງຈຳປາສັກ

super_admin

About Author

Leave a comment

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *

You may also like

ສຸຂະສຶກສາ

ສູນໂພຊະນາການເປີດຊຸດອົບຮົມທີ່ປຶກສາການລ້ຽງລູກດ້ວຍນົມແມ່ ລຸ້ນທີ 3 ໄລຍະສັ້ນ ໃນຫຼັກສູດທີ່ປຶກສາການລ້ຽງລູກດ້ວຍນົມແມ່ ໃຫ້ ບັນດາກົມຕ່າງໆອ້ອມຂ້າງກະຊວງສາທາ, ໂຮງໝໍສູນກາງ ແລະ ສູນຕ່າງໆ.

ສູນໂພຊະນາການເປີດຊຸດອົບຮົມທີ່ປຶກສາການລ້ຽງລູກດ້ວຍນົມແມ່ ລຸ້ນທີ 3 ໄລຍະສັ້ນ ໃນຫຼັກສູດທີ່ປຶກສາການລ້ຽງລູກດ້ວຍນົມແມ່ ໃຫ້ ບັນດາກົມຕ່າງໆອ້ອມຂ້າງກະຊວງສາທາ, ໂຮງໝໍສູນກາງ ແລະ ສູນຕ່າງໆ. ການຝຶກອົບຮົມການລ້ຽງລູກດ້ວຍນົມແມ່ ແມ່ນມີຄວາມໝາຍຄວາມສຳຄັນ ແລະ ເລິກເຊິ່ງໃນການສົ່ງເສີມສຸຂະພາບ ແລະ ໂພຊະນາການຂອງແມ່ ແລະ ເດັກ ກິນນໍ້ານົມແມ່ແຕ່ມື້ເກີດ ແມ່ນມີຄຸນປະໂຫຍດມະຫາສານ
ສຸຂະສຶກສາ ວຽກງານລະບາດ

ຊຸດຝຶກອົບຮົມກ່ຽວກັບການສອດແຊກຄວາມຮູ້ໃບໄມ້ໃນເລືອດ ແລະ ພະຍາດຕິດຕໍ່ຈາກໜ້າດິນເຂົ້າໃນການຮຽນການສອນໃຫ້ແກ່ຜູ້ອໍານວຍການໂຮງຮຽນປະຖົມ ແລະ ມັດທະຍົມ,ທີ່ ເມືອງໂຂງ,ແຂວງຈໍາປາສັກ

ຊຸດຝຶກອົບຮົມກ່ຽວກັບການສອດແຊກຄວາມຮູ້ໃບໄມ້ໃນເລືອດ ແລະ ພະຍາດຕິດຕໍ່ຈາກໜ້າດິນເຂົ້າໃນການຮຽນການສອນໃຫ້ແກ່ຜູ້ອໍານວຍການໂຮງຮຽນປະຖົມ ແລະ ມັດທະຍົມ,ທີ່ ເມືອງໂຂງ,ແຂວງຈໍາປາສັກ #ວັນທີ 21-22 ພະຈິກ 2023.