ເຊີນຊວນບັນດາທ່ານ!

ເຊີນຊວນບັນດາທ່ານໄປສັກວັກຊິນກັນພະຍາດໂຄວິດ-19 ເພື່ມພູມຄູ້ມກັນແກ່ຮ່າງກາຍ ຢູ່ສະຖານທີ່ບໍລິການຂອງ + ໂຮງໝໍ ຈຳປາສັກ + ວິທະຍາໄລ ວິທະຍາສາດສຸຂະພາບ ຈຳປາສັກ

ສາຂາສູນການແພດຟື້ນຟູໜ້າທີ່ການ ສຸຂະສຶກສາ ວຽກງານສັກຢາວັກຊິນ ວຽກງານບໍລິຫານແຜນການແລະການເງິນ ວຽກງານລະບາດ ວຽກງານວັນນະໂລກ ວຽກງານອາຫານແລະຢາ ວຽກງານແມ່ແລະເດັກ ວຽກງານໄຂ້ຍຸງ ອົງການຈັດຕັ້ງມະຫາຊົນ ໂພຊະນາການ

ພິທີປະກາດແຂວງຈໍາປາສັກເປັນແຂວງຢຸດຕິຖ່າຍຊະຊາຍ ຢ່າງເປັນທາງການ

#ພິທີປະກາດແຂວງຈໍາປາສັກເປັນແຂວງຢຸດຕິຖ່າຍຊະຊາຍ ຢ່າງເປັນທາງການ

====////====

ພິທີປະກາດຮັບຮອງແຂວງຈຳປາສັກເປັນແຂວງຢຸດຕິຖ່າຍຊະຊາຍ ຈັດຂຶ້ນໃນວັນທີ 1 ກຸມພາ 2024 ນີ້ທີ່ສະໂມສອນຫຼັກ 4 ຂອງແຂວງ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ປອ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ໂສມ ບຸດຕະກຸນ ຮອງເຈົ້າແຂວງໆຈຳປາສັກ, ມີທ່ານຈາກກະຊວງສາທາລະນະສຸກ,ຫົວໜ້າກົມ,ຮອງກົມ,ຫົວໜ້າສູນ/ຮອງສູນ,ຫົວໜ້າ/ຮອງຫົວໜ້າພະແນກສາທາລະນະສຸກຈາກ 14 ແຂວງ,ອົງການຈັດຕັ້ງສາກົນ,ມີພະແນກການອ້ອມຂ້າງແຂວງຈໍາປາສັກ, ເຈົ້ານະຄອນປາກເຊ, ເຈົ້າເມືອງ 9 ເມືອງ,ຫົວໜ້າ,ຮອງຫົວໜ້າຫ້ອງການສາທາ ລະນະສຸກນະຄອນ,ເມືອງ,ມີອຳນວຍການໂຮງໝໍແຂວງ,ໂຮງງານຜະລິດຢາຊີບີເອຟ,ວິທະຍາໄລວິທະຍາສາດສຸຂະພາບແຂວງ,ອົງການຈັດຕັ້ງອ້ອມຂ້າງແຂວງເຂົ້າຮ່ວມ.

ທ່ານ ດຣ ວຽງສີ ສຸພັກດີ ຫົວໜ້າພະແນກສາທາລະນະສຸກແຂວງຈໍາປາສັກ ໃຫ້ຮູ້ວ່າ: ພິທີປະກາດແຂວງຈຳປາສັກ ເປັນແຂວງຢຸດຕິການຖ່າຍຊະຊາຍ ແມ່ນໄປຕາມແຜນຍຸດທະສາດສາທາລະນະສຸກທີ່ໄດ້ກຳນົດໄວ້, ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ ແລະ ເປັນປະເທດຢຸດຕິການຖ່າຍຊະຊາຍ ພາຍໃນປີ 2025, ເວົ້າລວມ ເວົ້າສະເພາະ ກໍ່ຄືແຂວງຈຳປາສັກ ໃນປີ 2024. ເພື່ອເຮັດໃຫ້ປະຊາຊົນ ບັນດາເຜົ່າພາຍໃນທົ່ວແຂວງຈຳປາສັກ ໄດ້ມີການຫັນປ່ຽນດ້ານພຶດຕິກໍາໃນການດຳລົງຊີວິດແບບທຳມະຊາດຄອງເດີມໄປສູ່ການດຳລົງຊີວິດທີ່ຖຶກຫຼັກສຸຂະອານາໄມ 3 ສະອາດ ເພື່ອຮັບປະກັນໃຫ້ສຸຂະພາບຂອງປະຊາຊົນບັນດາເຜົ່າມີສຸຂະພາບດີຂຶ້ນເທື່ອລະກ້າວ. ພ້ອມນີ້ກໍໄດ້ລາຍງານໃຫ້ຮູ້ກ່ຽວກັບການຈັດຕັ້ງປະຕິບັດ ໃນການກໍ່ສ້າງແຂວງຢຸດຕິຖ່າຍຊະຊາຍ ເປັນຕົ້ນ: ການຈັດຕັ້ງປະຕິບັດວຽກງານຊຸມຊົນເປັນເຈົ້າການດ້ານສຸຂະນາໄມ (ຊຈສ ) ແມ່ນໄດ້ເລີ່ມທົດລອງຈັດຕັ້ງປະຕິບັດແຕ່ປີ 2008 ເປັນຕົ້ນມາ ເຊິ່ງຮອດປີ 2010 ໄດ້ມີການທົດລອງ ສ້າງ ຈຳນວນ 5 ບ້ານ ຂອງເມືອງບາຈຽງຈະເລີນສຸກ; ຈາກນັ້ນກໍໄດ້ຂະຫຍາຍການທົດລອງເພີ້ມລົງແຕ່ລະເມືອງໃນທົ່ວແຂວງ, ພ້ອມດຽວກັນນັ້ນ ກໍ່ສາມາດບັນລູການຈັດຕັ້ງປະຕິບັດ 11 ຕົວຊີ້ບອກ ທີ່ສະພາຮັບຮອງຂອງຂະແໜງສາທາລະນະ ສຸກ ໄດ້ທັງໝົດທຸກຕົວຊີ້ບອກໃນໄລຍະ 4 ປີຜ່ານມາ ແລະ ນັບແຕ່ນັ້ນມາ, ຫ້ອງການສາທາລະນະ ສຸກນະຄອນປາກເຊ ແລະ 9 ເມືອງກໍ່ເອົາໃຈໃສ່ ຕະລຸບອນ ໃນການຈັດຕັ້ງປະຕິບັດວຽກງານຊຸມຊົນເປັນເຈົ້າການ ດ້ານສຸຂະ ນາໄມ (ຊຈສ) ແລະ ຈົນສາມາດຍາດໄດ້ຜົນສຳເລັດໃນການສ້າງວິດຖ່າຍ ໃນແຕ່ລະບ້ານ, ແຕ່ລະຫຼັງຄາເຮືອນ ຈົນສາມາດ ປະກາດແຕ່ລະບ້ານ ແລະ ປະກາດເມືອງ ຢຸດຕິຖ່າຍຊະຊາຍໄດ້100%. ໂດຍສັງລວມແລ້ວຮອດປັດຈຸບັນໃນທົ່ວແຂວງຈຳປາສັກຄອບຄົວທີ່ມີວິດຖ່າຍແລ້ວ: 133,061 ຄອບຄົວ ເທົ່າກັບ 97.7% ແລະ ຄອບຄົວທີ່ຍັງໃຊ້ວິດຖ່າຍຮ່ວມນຳພີ່ນ້ອງມີທັງໝົດ 3,201 ຄອບຄົວ ເທົ່າກັບ 2.3%.

ສຳລັບວິດຖ່າຍໂຮງຮຽນ ປະຕິບັດໄດ້: 73% ກວມເອົາ 556 ແຫ່ງຂອງໂຮງຮຽນທັງໝົດທົ່ວແຂວງແລະສາມາດສະເໜີຂໍໃບຢັ້ງຢືນແຂວງຈຳປາສັກເປັນແຂວງຢຸດຕິການຖ່າຍຊະຊາຍໄດ້ຢ່າງສົມບູນ

#ໂອກາດນີ້ທ່ານ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ກໍມີຄໍາເຫັນໂອລົມໂດຍຍົກໃຫ້ເຫັນວ່າ: ວຽກງານຢຸດຕິຖ່າຍຊະຊາຍ ແມ່ນວຽກໜຶ່ງ ທີ່ມີຄວາມຈໍາເປັນ ຈະຕ້ອງໄດ້ພ້ອມພຽງກັນເຮັດໃຫ້ ໄດ້ ໃນຂອບເຂດທົ່ວປະເທດ ເພາະເປັນການປະຕິບັດຫຼັກການ ສຸຂະອະນາໄມ ການກິນໃຫ້ສະອາດ ດື່ມ ສະອາດ ນຸ່ງຫົ່ມ ໃຫ້ສະອາດ ນັ້ນແມ່ນຄວາມຮັບຜິດຊອບຂອງທຸກຄົນ ຖ້າເຮົາບໍ່ສາມາດກໍາຈັດອາຈົມໃຫ້ ໄດ້ຢ່າງຖືກວິທີ ເຮົາກໍບໍ່ສາມາດເວົ້າໄດ້ວ່າ ການກິນສະອາດ ເພາະແມງວັນເປັນພາຫະນໍາເຊື້ອພະຍາດຈາກ ອາຈົມ ໄປສູ້ອາຫານການກິນທີ່ເຮົາບໍ່ໄດ້ປົກປິດ ແລ້ວກໍພາໃຫ້ຜູ້ທີ່ໄດ້ຮັບປະທານອາຫານນັ້ນ ເກີດເປັນ ຖອກທ້ອງ. ບໍ່ພຽງແຕ່ເທົ່ານັ້ນ ເມື່ອຮອດຍາມຝົນມາ ຖ້າບໍ່ມີການກໍາຈັດອາຈົມຢ່າງຖືກວິທີ ອາຈົມກໍຈະ ໄຫຼລົງໄປສູ່ແມ່ນໍ້າ ປະປົນກັບ ພຶດພັກ ແລະ ຖ້າພໍ່ແມ່ປະຊາຊົນ ນໍາມາບໍລິໂພກ ໃຊ້ສອຍ ໂດຍບໍ່ໄດ້ຜ່ານ ການຕົ້ມ ແລະ ຂ້າພະຍາດ ຈະກໍ່ໃຫ້ມີການເປັນພະຍາດທາງລະບົບລະລາຍໄດ້ ເຊັ່ນ ພະຍາດຖອກທ້ອງ, ໃບໄມ້ໃນຕັບ ແລະອື່ນຯ. ສະນັ້ນ ເມື່ອແຂວງຈໍາປາສັກໄດ້ປະກາດເປັນແຂວງ ຊຈສ ແລ້ວ ຄວາມສ່ຽງຕໍ່ພະຍາດດັ່ງກ່າວ ກໍ່ຈະຫຼຸດໜ້ອຍຖອຍລົງ ເຮັດໃຫ້ພໍ່ແມ່ປະຊາຊົນ ມີສຸຂະພາບດີ ລວມທັງເດັກລຸ່ມ 5 ປີ ການຂາດໂພສະນາການ ກໍຈະຫຼຸດໜ້ອຍລົງເຊັ່ນດຽວກັນ ເພາະໂອກາດທີ່ເຂົາຈະມີແມ່ທ້ອງ ກໍໜ້ອຍລົງ.

ພ້ອມນີ້ທ່ານ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ກໍໃຫ້ກຽດມອບໃບຢັ້ງຢືນແຂວງຈຳປາສັກບັນລຸມາດຖານເປັນແຂວງຢຸດຕິການຖ່າຍຊະຊາຍ ແລະ ໄດ້ຮ່ວມກັບບັນດາທ່ານການນຳ ແລະ ແຂກທີ່ເຂົ້າຮ່ວມຕັດແຖບຜ້າ ແລະ ລັ່ນຄອງ 9 ບາດເພື່ອເປັນນິມິດໝາຍ ແລະ ສີລິມຸງຄຸນໃຫ້ແກ່ການປະກາດແຂວງຈຳປາສັກເປັນແຂວງຢຸດຕິການຖ່າຍຊະຊາຍຢ່າງເປັນທາງການ.

#ພາບ-ຂ່າວ:ພະແນກສາທາລະນະສຸກແຂວງຈຳປາສັກ

super_admin

About Author

Leave a comment

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *

You may also like

ສຸຂະສຶກສາ

ສູນໂພຊະນາການເປີດຊຸດອົບຮົມທີ່ປຶກສາການລ້ຽງລູກດ້ວຍນົມແມ່ ລຸ້ນທີ 3 ໄລຍະສັ້ນ ໃນຫຼັກສູດທີ່ປຶກສາການລ້ຽງລູກດ້ວຍນົມແມ່ ໃຫ້ ບັນດາກົມຕ່າງໆອ້ອມຂ້າງກະຊວງສາທາ, ໂຮງໝໍສູນກາງ ແລະ ສູນຕ່າງໆ.

ສູນໂພຊະນາການເປີດຊຸດອົບຮົມທີ່ປຶກສາການລ້ຽງລູກດ້ວຍນົມແມ່ ລຸ້ນທີ 3 ໄລຍະສັ້ນ ໃນຫຼັກສູດທີ່ປຶກສາການລ້ຽງລູກດ້ວຍນົມແມ່ ໃຫ້ ບັນດາກົມຕ່າງໆອ້ອມຂ້າງກະຊວງສາທາ, ໂຮງໝໍສູນກາງ ແລະ ສູນຕ່າງໆ. ການຝຶກອົບຮົມການລ້ຽງລູກດ້ວຍນົມແມ່ ແມ່ນມີຄວາມໝາຍຄວາມສຳຄັນ ແລະ ເລິກເຊິ່ງໃນການສົ່ງເສີມສຸຂະພາບ ແລະ ໂພຊະນາການຂອງແມ່ ແລະ ເດັກ ກິນນໍ້ານົມແມ່ແຕ່ມື້ເກີດ ແມ່ນມີຄຸນປະໂຫຍດມະຫາສານ
ສຸຂະສຶກສາ ວຽກງານລະບາດ

ຊຸດຝຶກອົບຮົມກ່ຽວກັບການສອດແຊກຄວາມຮູ້ໃບໄມ້ໃນເລືອດ ແລະ ພະຍາດຕິດຕໍ່ຈາກໜ້າດິນເຂົ້າໃນການຮຽນການສອນໃຫ້ແກ່ຜູ້ອໍານວຍການໂຮງຮຽນປະຖົມ ແລະ ມັດທະຍົມ,ທີ່ ເມືອງໂຂງ,ແຂວງຈໍາປາສັກ

ຊຸດຝຶກອົບຮົມກ່ຽວກັບການສອດແຊກຄວາມຮູ້ໃບໄມ້ໃນເລືອດ ແລະ ພະຍາດຕິດຕໍ່ຈາກໜ້າດິນເຂົ້າໃນການຮຽນການສອນໃຫ້ແກ່ຜູ້ອໍານວຍການໂຮງຮຽນປະຖົມ ແລະ ມັດທະຍົມ,ທີ່ ເມືອງໂຂງ,ແຂວງຈໍາປາສັກ #ວັນທີ 21-22 ພະຈິກ 2023.