ເຊີນຊວນບັນດາທ່ານ!

ເຊີນຊວນບັນດາທ່ານໄປສັກວັກຊິນກັນພະຍາດໂຄວິດ-19 ເພື່ມພູມຄູ້ມກັນແກ່ຮ່າງກາຍ ຢູ່ສະຖານທີ່ບໍລິການຂອງ + ໂຮງໝໍ ຈຳປາສັກ + ວິທະຍາໄລ ວິທະຍາສາດສຸຂະພາບ ຈຳປາສັກ

ສາຂາສູນການແພດຟື້ນຟູໜ້າທີ່ການ ສຸຂະສຶກສາ ວຽກງານສັກຢາວັກຊິນ ວຽກງານບໍລິຫານແຜນການແລະການເງິນ ວຽກງານລະບາດ ວຽກງານວັນນະໂລກ ວຽກງານອາຫານແລະຢາ ວຽກງານແມ່ແລະເດັກ ວຽກງານໄຂ້ຍຸງ ອົງການຈັດຕັ້ງມະຫາຊົນ ໂພຊະນາການ

ຊົມເຊີຍຜົນສຳເລັດປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານສາທາລະນະສຸກທົ່ວແຂວງຈຳປາສັກປະຈຳປີ2023 ແລະ ທິດທາງແຜນການປີ 2024

#ຊົມເຊີຍຜົນສຳເລັດປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານສາທາລະນະສຸກທົ່ວແຂວງຈຳປາສັກປະຈຳປີ2023 ແລະ ທິດທາງແຜນການປີ 2024

====////====

ກອງປະຊຸມໄດ້ ຈັດຂຶ້ນຢ່າງເປັນທາງການໃນວັນທີ 2 ກຸມພາ 2024 ນີ້ ທີ່ສະໂມສອນຫຼັກ 4 ຂອງແຂວງ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ປອ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ມີທ່ານຜູ້ແທນຈາກກະຊວງສາທາ ລະນະສຸກ,ຫົວໜ້າກົມ,ຮອງກົມ,ຫົວໜ້າສູນ/ຮອງສູນ,ຫົວໜ້າ/ຮອງຫົວໜ້າພະແນກສາທາລະນະສຸກຈາກ 14 ແຂວງ,ອົງການຈັດຕັ້ງສາກົນ,ມີພະແນກການອ້ອມຂ້າງແຂວງຈໍາປາສັກ, ເຈົ້ານະຄອນປາກເຊ, ເຈົ້າເມືອງ 9 ເມືອງ,ຫົວໜ້າ,ຮອງຫົວໜ້າຫ້ອງການສາທາ ລະນະສຸກນະຄອນ,ເມືອງ,ມີອຳນວຍການໂຮງໝໍແຂວງ,ໂຮງງານຜະລິດຢາຊີບີເອຟ,ວິທະຍາໄລວິທະຍາສາດສຸຂະພາບແຂວງ,ອົງການຈັດຕັ້ງອ້ອມຂ້າງແຂວງເຂົ້າຮ່ວມ.

ໃນກອງປະຊຸມ ທ່ານ ດຣ ຈັນສະໜອນ ທະນະບົວສີ ຮອງຫົວໜ້າພະແນກສາທາລະນະສຸກແຂວງ ໄດ້ລາຍງານຜົນການຈັດຕັ້ງປະຕິບັດວຽກງານສາທາ ລະນະສຸກຮອບດ້ານຕາມ8ແຜນງານປະຈໍາປີ2023ແລະທິດທາງແຜນການສູ້ຊົນປີ2024 ພ້ອມທັງຕີລາຄາດ້ານດີ, ດ້ານຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ເປັນຕົ້ນການຈັດຕັ້ງປະຕິບັດວຽກງານຂອງແຜນງານອະນາໄໃແລະສົ່ງເສີມສຸຂະພາບຂອງ10ຕົວຊີ້້ບອກທີ່ສະພາຮັບຮອງແມ່ປະຕິບັດໄດ້ບັນລຸຕາມລະດັບຄາດໝາຍທີ່ວາງໄວ້,ວຽກງານປ້ອງກັນແລະຄວບຄຸມພະຍາດຕິດຕໍ່ແມ່ນສາມາດຄວບຄຸມພະຍາດທີ່ມັກເກີດຕາມລະດູການເປັນຕົ້ນພະຍາດໄຊ້ຍູງລາຍແມ່ນບໍ່ມີການລະບາດພາຍໃນແຂວງ,ການໃຫ້ການບໍລິການວຽກງານເອດ/ພຕພ,ພະຍາດວັນນະໂລກກຸ່ມເປົ້າໝາຍໄດ້ເຂົ້າຮັບການລິການດ້ານສຸຂະພາບເພື່ອນຂີ້ນ, ອັດຕາຕິດເຊື້ອພະຍາດໄຂ້ຍູງຫຼຸດລົງເທື່ອລະກ້າວ, ແຜນການການໃຫ້ການບໍລິການສຸຂະພາບໃນທົ່ວແຂວງມີສະຖານທີ່ບໍລິການສຸຂະພາບຂອງລັດປະກອບມີ ໂຮງໝໍແຂວງ 1ແຫ່ງ,ໂຮງໝໍເມືອງ9ແຫ່ງ,ສູນບໍລິການສຸຂະພາບນະຄອນປາກເຊ1ແຫ່ງ,ສຸກສາລາ 78ແຫ່ງ.ຫ້ອງກວດພະຍາດເອກະຊົນ53ແຫ່ງ,ຮ້ານຂາຍຢາ291 ແຫ່ງ,ໂຮງງານຜະລິດຢາ1ແຫ່ງ ເຊິ່ງເຮັດໜ້າທີ່ໃນການໃຫ້ການບໍລິການກວດສຖຂະພາບແລະປີ່ນປົວພະຍາດແລະສະໜອງຢາໃຫ້ແກ່ສະຖານທີ່ບໍລິການສາທາລະນະສຸກໃນ1ປີຜ່ານມາໃຫ້ການບໍລິການກວດເຂດນອກທັງໝົດ 342,404ເທື່ອຕົນ, ນອນໂຮງ 72,395 ເທື່ອຄົນ, ວຽກງານ5ດີ1ພໍໃຈປະຕິບັດໄດ້ 69,1ສ່ວນຮ້ອຍບັນລຸຄາດໝາຍທີ່ວາງໄວ້, ຜ່ານການຈັດຕັ້ງປະຕິບັດຂອງບັນດາແຜນງານແມ່ນບັນລຸຕາມແຜນທີ່ວາງໄວ້, ນອກນັ້ນຍັງໄດ້ຮັບຟັງການລາຍງານວຽກງານທີ່ພົ້ນເດັ່ນຂອງໂຮງໝໍຈຳປາສັກ, ໂຮງໝໍມິດຕະພາບໃນການປະຕິບັດເຮັດໃຫ້ໂຮງໝໍກຸ້ມຕົນເອງ, ໂຮງງານຜະລິດຢາ ຊີບີເອຟ . ວິທະຍາໄລວິທະຍາສາດສຸຂະພາບ, ກອງປະຊຸມຍັງໄດ້ຮັບຟັງການປະ ກອບຄຳເຫັນໃຫ້ທິດຊີ້ນຳໃນການຈັດຕັ້ງປະ ຕິບັດວຽກງານສາທາລະນະສຸກໃນສົກປີຕໍ່ໜ້າຕື່ມອີກ

#ພາບ-ຂ່າວ: ພະແນກສາທາລະນະສູກແຂວງຈຳປາສັກ

super_admin

About Author

Leave a comment

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *

You may also like

ສຸຂະສຶກສາ

ສູນໂພຊະນາການເປີດຊຸດອົບຮົມທີ່ປຶກສາການລ້ຽງລູກດ້ວຍນົມແມ່ ລຸ້ນທີ 3 ໄລຍະສັ້ນ ໃນຫຼັກສູດທີ່ປຶກສາການລ້ຽງລູກດ້ວຍນົມແມ່ ໃຫ້ ບັນດາກົມຕ່າງໆອ້ອມຂ້າງກະຊວງສາທາ, ໂຮງໝໍສູນກາງ ແລະ ສູນຕ່າງໆ.

ສູນໂພຊະນາການເປີດຊຸດອົບຮົມທີ່ປຶກສາການລ້ຽງລູກດ້ວຍນົມແມ່ ລຸ້ນທີ 3 ໄລຍະສັ້ນ ໃນຫຼັກສູດທີ່ປຶກສາການລ້ຽງລູກດ້ວຍນົມແມ່ ໃຫ້ ບັນດາກົມຕ່າງໆອ້ອມຂ້າງກະຊວງສາທາ, ໂຮງໝໍສູນກາງ ແລະ ສູນຕ່າງໆ. ການຝຶກອົບຮົມການລ້ຽງລູກດ້ວຍນົມແມ່ ແມ່ນມີຄວາມໝາຍຄວາມສຳຄັນ ແລະ ເລິກເຊິ່ງໃນການສົ່ງເສີມສຸຂະພາບ ແລະ ໂພຊະນາການຂອງແມ່ ແລະ ເດັກ ກິນນໍ້ານົມແມ່ແຕ່ມື້ເກີດ ແມ່ນມີຄຸນປະໂຫຍດມະຫາສານ
ສຸຂະສຶກສາ ວຽກງານລະບາດ

ຊຸດຝຶກອົບຮົມກ່ຽວກັບການສອດແຊກຄວາມຮູ້ໃບໄມ້ໃນເລືອດ ແລະ ພະຍາດຕິດຕໍ່ຈາກໜ້າດິນເຂົ້າໃນການຮຽນການສອນໃຫ້ແກ່ຜູ້ອໍານວຍການໂຮງຮຽນປະຖົມ ແລະ ມັດທະຍົມ,ທີ່ ເມືອງໂຂງ,ແຂວງຈໍາປາສັກ

ຊຸດຝຶກອົບຮົມກ່ຽວກັບການສອດແຊກຄວາມຮູ້ໃບໄມ້ໃນເລືອດ ແລະ ພະຍາດຕິດຕໍ່ຈາກໜ້າດິນເຂົ້າໃນການຮຽນການສອນໃຫ້ແກ່ຜູ້ອໍານວຍການໂຮງຮຽນປະຖົມ ແລະ ມັດທະຍົມ,ທີ່ ເມືອງໂຂງ,ແຂວງຈໍາປາສັກ #ວັນທີ 21-22 ພະຈິກ 2023.