ເຊີນຊວນບັນດາທ່ານ!

ເຊີນຊວນບັນດາທ່ານໄປສັກວັກຊິນກັນພະຍາດໂຄວິດ-19 ເພື່ມພູມຄູ້ມກັນແກ່ຮ່າງກາຍ ຢູ່ສະຖານທີ່ບໍລິການຂອງ + ໂຮງໝໍ ຈຳປາສັກ + ວິທະຍາໄລ ວິທະຍາສາດສຸຂະພາບ ຈຳປາສັກ

ອົງການຈັດຕັ້ງມະຫາຊົນ

ໜ່ວຍພັກອະນາໄມແລະສົ່ງເສີມສຸຂະພາບ ຈັດກອງປະຊຸມກວດກາ – ປະເມີນຜົນ ໜ່ວຍພັກປອດໃສ, ເຂັ້ມແຂງ ໜັກແໜ້ນ

ໜ່ວຍພັກອະນາໄມແລະສົ່ງເສີມສຸຂະພາບ ຈັດກອງປະຊຸມກວດກາ – ປະເມີນຜົນ ໜ່ວຍພັກປອດໃສ, ເຂັ້ມແຂງ ໜັກແໜ້ນ

ໜ່ວຍພັກອະນາໄມແລະສົ່“ເສີມສຸຂະພາບຂຶ້ນກັບ ຄະນະພັກຮາກຖານພະແນກສາທາລະນະສຸກ ແຂວງຈຳປາສັກ ຈັດກອງປະຊຸມກວດກາ – ປະເມີນຜົນໜ່ວຍພັກປອດໃສ, ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2023. ກອງປະຊຸມຈັດຂຶ້ນຢູ່ຫ້ອງປະຊຸມຂອງພະ ແນກສາທາລະນະສຸກແຂວງ ໃນຕອນ ບ່າຍວັນທີ 8 ທັນວາ 2023 ໂດຍການເຂົ້າຮ່ວມຂອງ ສະຫາຍ ດຣ ວຽງສີ ສຸພັກດີ ກຳມະການພັກແຂວງ ເລຂາຄະນະພັກຮາກຖານ ຫົວໜັາພະແນກສາທາລະນະສຸກ ແຂວງ , ສະຫາຍ ສີບຸນຍັງ ຊາທອງຍົດ ຫົວໜ້າຂະແໜງກວດກາພັກ,ຄະນະກວດກາພັກແຂວງ,ສະຫາຍ ດຣ ນາງ ສັງວານ ແສນສຸກ ເລຂາໜ່ວຍພັກອະນາໄມແລະສົ່ງເສີມສຸຂະພາບພາບ ,ມີຄະນະກໍາມະການກວດກາປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ຂັ້ນແຂວງ, ຂັ້ນພະແນກ, ເລຂາ – ຮອງເລຂາ ບັນດາສະມາຊິກພັກພາຍໃນໜ່ວຍພັກ ເຂົ້າຮ່ວມ.

#ໃນກອງປະຊຸມສະຫາຍ ດຣ ນາງ ສັງວານ ແສນສຸກ ເລຂາໜ່ວຍພັກໄດ້ກ່າວເປີດກອງປະຊຸມ,ລາຍງານການກະກຽມຂັ້ນຕອນການດຳເນີນການກວດກາ – ປະເມີນ ໜ່ວຍພັກປອດໃສ, ເຂັ້ມແຂງ ໜັກແໜ້ນ. ສະຫາຍ ນາງ ຈັນທະຈອນ ເທບວົງສາ ຮອງເລຂາໜ່ວຍພັກ ,ໄດ້ຜ່ານບົດສະຫຼຸບ ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມ, ແຂງໜັກ ແໜ້ນປີ 2023 ແລະ ທິດທາງແຜນການ 2024. ສະຫາຍດຣ ນາງ ຈັນມີນາ ອຸດທິກອນ ປະທານກວດກາໜ່ວຍພັກໄດ້ຜ່ານບົດສໍາຫຼວດການນໍາພາລວມຂອງຄະນະໜ່ວຍພັກ. ຍົກໃຫ້ເຫັນ ດ້ານການເມືອງ,ແນວ ຄິດ,ການຈັດຕັ້ງ, ແບບແຜນວິທີນຳພາແລະ ການນຳພາປະຕິບັດໜ້າທີ່ການເມືອງ.

ໜ່ວຍພັກອະນາໄມແລະສົ່ງເສີມສຸຂະພາບສ້າງຕັ້ງຂຶ້ນໃນວັນທີ: 14/11/1919 ແມ່ນໜ່ວຍ ພັກໜຶ່ງຂຶ້ນກັບຄະນະພັກຮາກຖານພະແນກສາທາລະນະສຸກ ແຂວງຈຳປາສັກ, ມີໜ້າທີ່ໃນການສ້າງຄວາມເຂັ້ມແຂງໃຫ້ແກ່ບຸກຄະລາກອນສາທາລະນະສຸກໃນທົ່ວແຂວງເພື່ອຊຸຸກຍຸ້ໃຫ້ປະຊາຊົນບັນດາເຜົ່າເຂົ້າເຖິງການບໍລິການສາທາລະນະສຸກເຊັ່ນການຝາກທ້ອງ,ການເກີດລູກຢູ່ໂຮງໝໍ,ການວາງແຜນຄອບຄົວ,ຊຸກຍູ້ຜູ້ປົກຄອງເດັກເອົາໃຈໃນການລ້ຽງດູເດັກເພື່ອບໍ່ໃຫ້ມີເດັກຂາດສານອາຫານຕໍ່າກວ່າມາດຕະຖານ,ການໃຫ້ວັກຊິນກັນພະຍາດ,ການສ້າງບ້ານສາທາລະສຸກແບບ ຢ່າງ,ສົ່ງເສີມໃຫ້ທຸກຄົວເຮືອນໄດ້ນໍ້າໃຊ້ວິດຖ່າຍແລະນໍ້າສະອາດຢ່າງທົ່ວເຖິງ, ໜ່ວຍພັກ ອະນາໄມແລະສົ່ງເສີມສຸຂະພາບປະກອບມີ:ຄະນະໜ່ວຍພັກ: 3 ສະຫາຍ; ຍິງ 03 ສະຫາຍ.- ປະຈຸບັນສະມາຊິກພັກ ມີໜ້າຕົວຈິງ 21 ສະຫາຍ, ຍິງ 17 ສະຫາຍ, ສະມາຊິກສຳຮອງ 02 ສະຫາຍ, ຍິງ 02 ສະຫາຍ.

#ຈັດປະເພດໜ່ວຍພັກອະນາໄມແລະສົ່ງ ເສີມສຸຂະພາບ: ເປັນປະເພດແຂງ.

ໂອກາດນີ້ຜູ້ແທນກອງປະຊຸມ ແລະ ຄະນະກໍາະການກວດກາປະເມີນຜົນການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ຂັ້ນແຂວງ, ຂັ້ນພະແນກ ກໍໄດ້ ປະກອບຄໍາເຫັນຕີລາຄາຄືນ ຕໍ່ກັບບົດສະຫຼຸບຕ່າງໆ ເພື່ອໃຫ້ມີເນື້ອໃນຄົບຖ້ວນສົມບູນ ແລະ ນໍາສະເໜີ ຄະນະພັກ – ຂັ້ນເທິງອະນຸມັດຮັບຮອງ ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ2023 ໃນໂອກາດຕໍ່ໄປ. ພິເສດ ສະຫາຍ ດຣ ວຽງສີ ສຸພັກດີ ກຳມະການພັກແຂວງ,ເລຂາຄະນະພັກຮາກຖານ ຫົວໜ້າພະແນກສາທາລະນະສຸກແຂວງກໍມີຄໍາເຫັນໂອ້ລົມຕື່ມ

#ພູວັນ ສີໂສພາ

#ພະແນກສາທາລະນະສຸກແຂວງຈຳປາສັກ

super_admin

About Author

Leave a comment

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *

You may also like

ສາຂາສູນການແພດຟື້ນຟູໜ້າທີ່ການ ສຸຂະສຶກສາ ວຽກງານສັກຢາວັກຊິນ ວຽກງານບໍລິຫານແຜນການແລະການເງິນ ວຽກງານລະບາດ ວຽກງານວັນນະໂລກ ວຽກງານອາຫານແລະຢາ ວຽກງານແມ່ແລະເດັກ ວຽກງານໄຂ້ຍຸງ ອົງການຈັດຕັ້ງມະຫາຊົນ ໂພຊະນາການ

ພະແນກສາທາລະນະສຸກແຂວງຈຳປາສັກຈັດກອງປະຊຸມເຜີຍແຜ່ກົດໝາຍສາທາລະນະສຸກໃຫ້ແກ່ພະນັກງານສາທາລະນະສຸກຂັ້ນເມືອງ, ຫ້ອງການ ອ້ອມ ຂ້າງເມືອງ ແລະ ອຳນາດການປົກຄອງຂັ້ນບ້ານ ທີ່ເມືອງໂພນທອງແຂວງ ຈຳປາສັກ ປະຈຳປີ 2023

ພະແນກສາທາລະນະສຸກແຂວງຈຳປາສັກຈັດກອງປະຊຸມເຜີຍແຜ່ກົດໝາຍສາທາລະນະສຸກໃຫ້ແກ່ພະນັກງານສາທາລະນະສຸກຂັ້ນເມືອງ, ຫ້ອງການ ອ້ອມ ຂ້າງເມືອງ ແລະ ອຳນາດການປົກຄອງຂັ້ນບ້ານ ທີ່ເມືອງໂພນທອງແຂວງ ຈຳປາສັກ ປະຈຳປີ 2023 #ກອງປະຊຸມໄດ້ຈັດຂື້ນຢູ່ທີ່ຫ້ອງວ່າການປົກຄອງເມືອງໂພນທອງຂອງວັນທີ 2 ພະຈິກ 2023 ໂດຍເຂົ້າຮ່ວມເປັນປະທານກອງປະຊຸມພ້ອມທັງໃຫ້ກຽດ ກ່າວບັນລະຍາຍຂອງ ທ່ານ ດຣ ວຽງສີ ສຸພັກດີ
ສາຂາສູນການແພດຟື້ນຟູໜ້າທີ່ການ ສຸຂະສຶກສາ ວຽກງານສັກຢາວັກຊິນ ວຽກງານບໍລິຫານແຜນການແລະການເງິນ ວຽກງານລະບາດ ວຽກງານວັນນະໂລກ ວຽກງານອາຫານແລະຢາ ວຽກງານແມ່ແລະເດັກ ວຽກງານໄຂ້ຍຸງ ອົງການຈັດຕັ້ງມະຫາຊົນ ໂພຊະນາການ

ການນຳແຂວງຈຳປາສັກ ແລະ ເມືອງໂພນທອງ ເຄື່ອນໄຫວຢ້ຽມຢາມອວຍພອນນາຍ ແລະ ພົນທະຫານ ກອງຮ້ອຍ 522,​ກອງພັນ 22,ກອງພັນເຄື່ອນທີ່ໄວ, ກອງບັນຊາການທະຫານເມືອງແລະປັກຫລັກໝາຍຊາຍແດນລາວ-ໄທເມືອງໂພນທອງ

ການນຳແຂວງຈຳປາສັກ ແລະ ເມືອງໂພນທອງ ເຄື່ອນໄຫວຢ້ຽມຢາມອວຍພອນນາຍ ແລະ ພົນທະຫານ ກອງຮ້ອຍ 522,​ກອງພັນ 22,ກອງພັນເຄື່ອນທີ່ໄວ, ກອງບັນຊາການທະຫານເມືອງແລະປັກຫລັກໝາຍຊາຍແດນລາວ-ໄທເມືອງໂພນທອງ ວັນທີ 26 ມັງກອນ 2024 ຜ່ານມານີ້ການນຳຂອງແຂວງ ຈຳປາສັກ ແລະ ເມືອງໂພນທອງ ເຄື່ອນໄຫວຢ້ຽມຢາມ ນາຍ