ເຊີນຊວນບັນດາທ່ານ!

📌ຢ່າລືມ ຢ່າພາດໂອກາດພິເສດໃນໄວໆນີ້ 👩🏻‍⚕🧑🏻‍⚕✅ 📌ເດັກອາຍຸລຸ່ມ 5 ປີ (9-59 ເດືອນ) ຈຳເປັນຕ້ອງກັນຮັບພູມຄຸ້ມກັນຈາກວັກຊີນກັນພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍ. 📌 ພົບກັນໄດ້ທີ່ໂຮງໝໍ ແລະ ຈຸດໃຫ້ບໍລິການທົ່ວປະເທດນັບແຕ່ວັນທີ 20-31 ພຶດສະພາ 2024.

ສຸຂະສຶກສາ ວຽກງານສັກຢາວັກຊິນ ວຽກງານບໍລິຫານແຜນການແລະການເງິນ ວຽກງານແມ່ແລະເດັກ ໂພຊະນາການ

ແຂວງຈໍາປາສັກ​ ເປີດຂະບວນການສັກຢາວັກຊີນກັນພະຍາດແຫ່ງຊາດ ໃນເດັກອາຍຸລຸ່ມ 5 ປີ​ພິທີເປີດຂະບວນການສັກຢາວັກຊີນກັນພະຍາດແຫ່ງຊາດ (ວສຊ)​ ໝາກແດງໃຫຍ່ -​ ໝາກແດງນ້ອຍ ໃນເດັກອາຍຸລຸ່ມ 5 ປີ​ ທົ່ວແຂວງ

ແຂວງຈໍາປາສັກ​ ເປີດຂະບວນການສັກຢາວັກຊີນກັນພະຍາດແຫ່ງຊາດ ໃນເດັກອາຍຸລຸ່ມ 5 ປີ​

-​——=========——-

#ວັນທີ​ 20​ ພຶດສະພາ​ 2024,​ ພະແນກສາທາລະນະສຸກແຂວງຈໍາປາສັກ ຮ່ວມກັບ​ ຄະນະພັກ​- ອົງ​ການປົກຄອງ​ນະຄອນປາກເຊ,​ ຫ້ອງການສາທາລະນະສຸກນະຄອນປາກເຊ,​ ໂຮງຮຽນ​ອະນຸບານ​ -​ ປະຖົມແສງອາລຸນ​ ແລະ​ ພາກສ່ວນທີ່ກ່ຽວຂ້ອງ​ ຂອງແຂວງ ແລະ​ ນະຄອນປາກເຊ​ ໄດ້ຈັດພິທີເປີດຂະບວນການສັກຢາວັກຊີນກັນພະຍາດແຫ່ງຊາດ (ວສຊ)​ ໝາກແດງໃຫຍ່ -​ ໝາກແດງນ້ອຍ ໃນເດັກອາຍຸລຸ່ມ 5 ປີ​ ທົ່ວແຂວງ.​ ພິທີຈັດຂຶ້ນຢູ່ໂຮງຮຽນ​ອະນຸບານ​ -​ ປະຖົມແສງອາລຸນ​ ໂດຍ​ການເຂົ້າຮ່ວມຂອງ ທ່ານ​ ສົມບູນ​ ເຮືອງວົງສາ​ ຮອງເຈົ້າແຂວງຈໍາປາສັກ,​ ທ່ານ​ ດຣ.​ວຽງສີ ສຸພັກດີ ຫົວໜ້າ​ພະແນກ​ສາທາລະນະສຸກແຂວງ,​ ທ່ານ​ ດຣ.​ນາງ​ ພົງພັນ​ ວິລະ​ພັນ​ ຮອງເລຂາພັກ​ນະຄອນ​ ປະທານກວດກາ​ພັກ​ ຫົວໜ້າ​ອົງ​ການກວດກາ​ລັດ​ນະຄອນປາກເຊ, ທ່ານ​ ນາງ​ ດໍາດວນ ວິວາສານ ຫົວໜ້າ​ຫ້ອງການ​ສາທາລະນະສຸກນະຄອນປາກເຊ,​ ທ່ານ​ ນາງ​ ປັນຈະລາ​ ທອງມະນິລາ​ ຜູ້ອໍານວຍການໂຮງຮຽນ​ອະນຸບານ​ -​ ປະຖົມແສງອາລຸນ.​ ມີຄະນະກໍາມາທິການ ເພື່ອຄວາມກ້າວໜ້າຂອງແມ່ຍິງ,​ ແມ່​ ແລະ​ ເດັກ​ ຂັ້ນແຂວງ,​ ຂັ້ນນະຄອນ,​ ການນໍາ​ໂຮງໝໍແຂວງ, ການນໍາ​ວິທະຍາໄລ​ ວິທະຍາສາດ​ ສຸຂະພາບ​ແຂວງ,​ ທີມງານສູນສຸຂະພາບແມ່​ ແລະ​ ເດັກ, ພະນັກງານແພດໝໍຈາກແຂວງ ແລະ ນະຄອນປາກເຊ, ຜູ້ຕາງໜ້າຈາກອົງການອະນາໄມໂລກ ປະຈຳແຂວງ​ ຕະຫຼອດ​ຮອດພະນັກງານ,​ ຄູ​ -​ ອາຈານ,​ ພໍ່ແມ່ຜູ້ປົກຄອງເດັກ ແລະ​ ລູກຫຼານນັກຮຽນຈາກໂຮງຮຽນ​ອະນຸບານ​ -​ ປະຖົມແສງອາລຸນ​ ເຂົ້າຮ່ວມ.

#ໃນໂອກາດກ່າວເປີດພິທີ,​ ທ່ານ​ ດຣ.​ວຽງສີ ສຸພັກດີ ຫົວໜ້າ​ພະແນກ​ສາທາລະນະສຸກແຂວງ​ ລາຍງານວ່າ: ພິທີເປີດຂະບວນການສັກຢາກັນພະຍາດແຫ່ງຊາດ ປ້ອງກັນພະຍາດໝາກແດງໃຫຍ່ – ໝາກແດງນ້ອຍ ຄັ້ງນີ້​ ແມ່ນແນໃສ່ຫັນເອົາຂະບວນການຈັດຕັ້ງປະຕິບັດວັນສັກຢາກັນພະຍາດແຫ່ງຊາດ ເພື່ອຄວບຄຸມພະຍາດໝາກແດງໃຫ້ກາຍເປັນໜ້າທີ່ ແລະ ຄວາມຮັບຜິດຊອບຂອງທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນໃນທົ່ວແຂວງ ເພື່ອສ້າງເງື່ອນໄຂເຮັດໃຫ້ ວັນສັກຢາກັນພະຍາດແຫ່ງຊາດໃນໄລຍະນີ້ ໃຫ້ບັນລຸຫຼາຍກວ່າ 95% ຂຶ້ນໄປ​ ທັງສືບຕໍ່ຄວບຄຸມພະຍາດໝາກແດງ​ ເພື່ອສ້າງເງື່ອນໄຂໃຫ້ປະເທດເຮົາຢັບຢັ້ງ ການລະບາດພະຍາດໝາກແດງ ໃນປີ 2025.​ ພະຍາດໝາກແດງ ແມ່ນ​ 1 ໃນ​ 14​ພະຍາດທີ່ສາມາດປ້ອງກັນໄດ້ດ້ວຍການສັກຢາກັນພະຍາດ ໃນນັ້ນລວມມີ​ ກັນວັນນະໂລກ, ກັນເປ້ຍຫຼ່ອຍໂປລີໂອ, ກັນຄໍຕີບ,​ ກັນບາດທະຍັກ, ກັນໄອໄກ່, ກັນໝາກແດງໃຫຍ່​ -​ ໝາກແດງນ້ອຍນະໂລກ, ກັນອັກເສບຕັບ ຊະນິດ​ ບີ, ກັນສະໝອງອັກເສບ, ກັນປອດອັກເສບຮຸນແຮງ, ກັນໄຂ້ສະໝອງອັກເສບ ຍີ່ປຸ່ນ, ກັນໄຂ້ຫວັດລະດູການ,​ ກັນມະເຮັງປາກມົດລູກ ແລະ ກັນໂຄວິດ 19.​ ໃນ 14 ພະຍາດ ນີ້ ພະຍາດໝາກແດງໃຫຍ່ ແລະ​ ພະຍາດໝາກແດງນ້ອຍ ແມ່ນພະຍາດທີ່ຮ້າຍແຮງ ແລະ ແຜ່ຂະຫຍາຍ ໄວກວ່າໝູ່ ທັງແມ່ນສາຍເຫດຂອງການເຈັບເປັນ ແລະ​ ເສຍຊີວິດອັນຕົ້ນຕໍ ຂອງເດັກນ້ອຍຢູ່ປະເທດກໍາລັງພັດທະນາ ລວມທັງປະເທດເຮົາ.

#ທ່ານ​ ດຣ.​ວຽງສີ ສຸພັກດີ ກ່າວຕື່ມວ່າ: ຈຸດປະສົງຂອງການເປີດຂະບວນການ ວັນສັກຢາກັນພະຍາດແຫ່ງຊາດ ຄັ້ງນີ້ ແນໃສ່ຫັນເອົາວຽກງານສາທາລະນະສຸກລົງສູ່ຮາກຖານ, ໃຫ້ ກາຍເປັນຂະບວນການອັນເປັນປະຈຳຂອງທົ່ວປວງຊົນ ເພື່ອເຮັດໃຫ້ສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍມີ ຄວາມປອດໄພຈາກການຕິດພະຍາດທີ່ສາມາດກັນໄດ້ດ້ວຍວັກຊິນ, ການສັກຢາ ແລະ ປອດຢາກັນພະຍາດ ມີ ບົດບາດອັນສໍາຄັນທີ່ສຸດໃນຂະ ແໜງການສາທາລະນະສຸກ ເພາະມັນເປັນການກັນພະຍາດໄວ້ລ່ວງໜ້າທີ່ມີ ວິທະຍາສາດ. ເມື່ອແມ່ຍິງ ແລະ ເດັກນ້ອຍ ຫາກໄດ້ຮັບການສັກວັກຊິນຄົບ ເຂົາເຈົ້າກໍ່ຈະມີຊີວິດທີ່ປອດໄພ ຈາກບັນດາພະຍາດຮ້າຍແຮງດັ່ງກ່າວ. ການກັນພະຍາດດ້ວຍການສັກວັກຊິນນັ້ນ ຍັງເປັນການລົງທຶນທີ່ປະຢັດ , ລາຄາຖືກ, ຄຸ້ມຄ່າຕໍ່ການລົງທຶນ ຖ້າທຽບໃສ່ການປິ່ນປົວ​ ເມື່ອພະຍາດເກີດ.​ ສິ່ງທີ່ສໍາຄັນ ການສັກຢາກັນພະຍາດ ແມ່ນແນ່ໃສ່ກຸ່ມເປົ້າໝາຍແມ່ຍິງ ແລະ ເດັກນ້ອຍ ເຊິ່ງເປັນກຸ່ມຄົນທີ່ມີຄວາມສ່ຽງ ຕໍ່ການເຈັບເປັນ ແລະ ການຕາຍສູງກ່ວາໝູ່ ໂດຍສະເພາະ ຢູ່ເຂດຫ່າງໄກສອກຫຼີກ, ເຂດ ພູດອຍ, ເຂດເຂົ້າເຖິງຍາກ,​ ການດໍາລົງຊີວິດຂອງປະຊາຊົນຕິດພັນກັບເສດຖະກິດທີ່ຂຶ້ນກັບທຳມະຊາດ. ການເຈັບເປັນຂອງຜູ້ເປັນ ແມ່ ແລະ ເດັກນ້ອຍ ໄດ້ສົ່ງຜົນກະທົບອັນໃຫຍ່ຫຼວງຕໍ່ ເສດຖະກິດຂອງຄອບຄົວ​ ແລະ​ ການສຶກສາຂອງເດັກ. ການເຈັບເປັນຂອງສະມາຊິກໃນຄອບຄົວ ເປັນເຫດຜົນຂອງຄວາມທຸກຍາກ. ຍ້ອນແນວນັ້ນ ພັກ ແລະ ລັດເຮົາ​ ຈິ່ງໄດ້ຖືເອົາຂະແໜງສາທາລະນະສຸກເປັນ ເປັນ​ 1 ໃນ 4 ຂະແໜງການຫຼັກ​ ຂອງການພັດທະນາຊົນນະບົດຮອບດ້ານ​ ເພື່ອລຶບລ້າງຄວາມທຸກຍາກ ແລະ ສົ່ງເສີມຄວາມສະເໝີພາບຂອງປະຊາຊົນບັນດາເຜົ່າ.​ ເພື່ອບັນລຸຄາດໝາຍດັ່ງກ່າວ​ຮຽກຮ້ອງໃຫ້ຄະນະກຳມາທິການເພື່ອແມ່ ແລະ​ ເດັກ​ທຸກຂັ້ນ,​ ທຸກທ້ອງຖິ່ນ​ ຈົ່ງຈັດຕັ້ງປະຕິບັດບັ້ນປຸກລະດົມ​ ໃນຂອບເຂດທ້ອງຖິ່ນຂອງຕົນໃຫ້ທົ່ວເຖິງ,​ ຮັບປະກັນໃຫ້ຂໍ້ມູນຂ່າວສານ ການນັດໝາຍກ່ຽວກັບວັນສັກຢາກັນພະຍາດແຫ່ງຊາດນີ້​ ໄດ້ໄປເຖິງພໍ່ແມ່ພີ່ນ້ອງປະຊາຊົນ ບັນດາເຜົ່າທຸກຖ້ວນໜ້າ, ໃຫ້ຄະນະພັກ -​ ອົງການປົກຄອງບ້ານຊ່ວຍເກັບກໍາເອົາຈໍານວນເດັກເປົ້າໝາຍ ອາຍຸ ລຸ່ມ 5 ປີພາຍໃນບ້ານຂອງຕົນ​ ໃຫ້ລະອຽດ ແລະ ນໍາມາຮັບການສັກຢາຢູ່ໃນສະຖານທີ່ບໍລິການສາທາລະນະສຸກ​ ແລະ​ ທີມງານແພດໝໍທີ່ລົງໄປສັກຢາ ຢູ່ບ້ານ​ຂອງທ່ານ.​ ຮຽກຮ້ອງມາຍັງທ່ານ ຫົວໜ້າໜ່ວຍທຸລະກິດ ແລະ ບໍລິການ, ທັງພາກລັດ ແລະ ເອກະຊົນ, ບັນດາອົງການຈັດຕັ້ງສັງຄົມ ຈົ່ງປະກອບສ່ວນໃຫ້ການສະໜັບສະໜູນ ແລະ ໃຫ້ການຮ່ວມມື​ ໃນວັນສັກຢາກັນພະຍາດ,​ ຮຽກຮ້ອງພໍ່ແມ່ປະຊາຊົນບັນດາເຜົ່າທຸກຊັ້ນຄົນ​ ຈົ່ງເຫັນໄດ້ຄວາມສໍາຄັນຂອງ ວັນສັກຢາກັນພະຍາດໝາກແດງ​ ແຕ່ວັນທີ​ 20​ -​ 31 ພຶດສະພາ​ 2024​ ນີ້.​

#ຈາກນັ້ນ, ທ່ານ​ ສົມບູນ​ ເຮືອງວົງສາ​ ຮອງເຈົ້າແຂວງຈໍາປາສັກ​ ແລະ​ ທ່ານ​ ດຣ.​ວຽງສີ ສຸພັກດີ ຫົວໜ້າ​ພະແນກ​ສາທາລະນະສຸກແຂວງ​ ພ້ອມດ້ວຍ​ການນໍາທີ່ເຂົ້າຮ່ວມພິທີ ກໍໄດ້ໃຫ້ກຽດຍອດຢາວິຕາມິນ ໃຫ້ແກ່ຫຼານນ້ອຍ ຕື່ມອີກ.

*** ຂ່າວ​-ພາບ​: ທທູນທອງໃຈ ✅✅

****ສາທາລະນະສຸກແຂວງຈຳປາສັກ

super_admin

About Author

Leave a comment

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *

You may also like

ສຸຂະສຶກສາ

ສູນໂພຊະນາການເປີດຊຸດອົບຮົມທີ່ປຶກສາການລ້ຽງລູກດ້ວຍນົມແມ່ ລຸ້ນທີ 3 ໄລຍະສັ້ນ ໃນຫຼັກສູດທີ່ປຶກສາການລ້ຽງລູກດ້ວຍນົມແມ່ ໃຫ້ ບັນດາກົມຕ່າງໆອ້ອມຂ້າງກະຊວງສາທາ, ໂຮງໝໍສູນກາງ ແລະ ສູນຕ່າງໆ.

ສູນໂພຊະນາການເປີດຊຸດອົບຮົມທີ່ປຶກສາການລ້ຽງລູກດ້ວຍນົມແມ່ ລຸ້ນທີ 3 ໄລຍະສັ້ນ ໃນຫຼັກສູດທີ່ປຶກສາການລ້ຽງລູກດ້ວຍນົມແມ່ ໃຫ້ ບັນດາກົມຕ່າງໆອ້ອມຂ້າງກະຊວງສາທາ, ໂຮງໝໍສູນກາງ ແລະ ສູນຕ່າງໆ. ການຝຶກອົບຮົມການລ້ຽງລູກດ້ວຍນົມແມ່ ແມ່ນມີຄວາມໝາຍຄວາມສຳຄັນ ແລະ ເລິກເຊິ່ງໃນການສົ່ງເສີມສຸຂະພາບ ແລະ ໂພຊະນາການຂອງແມ່ ແລະ ເດັກ ກິນນໍ້ານົມແມ່ແຕ່ມື້ເກີດ ແມ່ນມີຄຸນປະໂຫຍດມະຫາສານ
ສຸຂະສຶກສາ ວຽກງານລະບາດ

ຊຸດຝຶກອົບຮົມກ່ຽວກັບການສອດແຊກຄວາມຮູ້ໃບໄມ້ໃນເລືອດ ແລະ ພະຍາດຕິດຕໍ່ຈາກໜ້າດິນເຂົ້າໃນການຮຽນການສອນໃຫ້ແກ່ຜູ້ອໍານວຍການໂຮງຮຽນປະຖົມ ແລະ ມັດທະຍົມ,ທີ່ ເມືອງໂຂງ,ແຂວງຈໍາປາສັກ

ຊຸດຝຶກອົບຮົມກ່ຽວກັບການສອດແຊກຄວາມຮູ້ໃບໄມ້ໃນເລືອດ ແລະ ພະຍາດຕິດຕໍ່ຈາກໜ້າດິນເຂົ້າໃນການຮຽນການສອນໃຫ້ແກ່ຜູ້ອໍານວຍການໂຮງຮຽນປະຖົມ ແລະ ມັດທະຍົມ,ທີ່ ເມືອງໂຂງ,ແຂວງຈໍາປາສັກ #ວັນທີ 21-22 ພະຈິກ 2023.