ເຊີນຊວນບັນດາທ່ານ!

📌ຢ່າລືມ ຢ່າພາດໂອກາດພິເສດໃນໄວໆນີ້ 👩🏻‍⚕🧑🏻‍⚕✅ 📌ເດັກອາຍຸລຸ່ມ 5 ປີ (9-59 ເດືອນ) ຈຳເປັນຕ້ອງກັນຮັບພູມຄຸ້ມກັນຈາກວັກຊີນກັນພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍ. 📌 ພົບກັນໄດ້ທີ່ໂຮງໝໍ ແລະ ຈຸດໃຫ້ບໍລິການທົ່ວປະເທດນັບແຕ່ວັນທີ 20-31 ພຶດສະພາ 2024.

ວຽກງານບໍລິຫານແຜນການແລະການເງິນ ວຽກງານອາຫານແລະຢາ

ກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານອາຫານ ແລະ ຢາ ແຂວງຈຳປາສັກ ປະຈຳປີ 2023 ແລະ ວາງທິດທາງແຜນການປີ 2024

#ກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານອາຫານ ແລະ ຢາ ແຂວງຈຳປາສັກ ປະຈຳປີ 2023 ແລະ ວາງທິດທາງແຜນການປີ 2024

ກອງປະຊຸມໄດ້ຈັດຂື້ນຢູ່ທີ່ຫ້ອງປະຊຸມພະແນກສາທາລະນະສຸກແຂວງ ຂອງວັນທີ 5 ເມສາ 2024, ໂດຍ ພາຍໄຕ້ການເຂົ້າຮ່ວມຂອງ ດຣ ຈັນສະໜອນ ທະນະບົວສີ ຮອງຫົວໜ້າພະແນກສາທາ ລະນະສຸກແຂວງ, ມີ ບັນດາທ່ານຫົວໜ້າຂະແໜງ, ຮອງຂະແໜງອ້ອມຂ້າງພະແນກສາທາລະນະສຸກແຂວງ, ມີ ຂະແໜງການຢາໂຮງໜໍຈຳປາສັກ, ທ່ານຫົວໜ້າຫ້ອງການ/ຄະນະຫ້ອງການ ພ້ອມດ້ວຍວິຊາການຮັບຜິດຊອບວຽກງານອາຫານແລະຢາ 9 ເມືອງ ແລະ ນະຄອນປາກເຊ , ບໍລິສັດ ຊີບີເອຟ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ:

#ຈຸປະສົງຂອງກອງປະຊຸມເພື່ອລາຍງານຜົນການຈັດຕັ້ງປະຕິບັດວຽກງານອາຫານ ແລະ ຢາປະຈຳປີ 2023 ພ້ອມທັງ ວາງແຜນສູ້ຊົນຄາດໜາຍປີ 2024 ເຊິ່ງວ່າການຈັດຕັ້ງປະຕິບັດວຽກງານດັ່ງການມີຫຼາຍຕົວຊີ້ວັດເປັນຕົ້ນແມ່ນ:ວຽກງານການຈັດຊື້ຢາລວມສູນໃຫ້ສະຖານທີ່ບໍລິການສາທາລະນະສຸກຂັ້ນຕ່າງໆ ຂອງລັດທົ່ວແຂວງຄາດໝາຍ 80 ສ່ວນຮ້ອຍ ປະຕິບັດໄດ້ 177,06 ສ່ວນຮ້ອຍ ເກີນແຜນທີ່ວາງໄວ້, ຈຳນວນຮ້ານຂາຍຢາເປັນວົງປິດຂອງແຕ່ລະເມືອງ, ນະຄອນປາກເຊ ໃຫ້ໄດ້ 90ສ່ວນຮ້ອຍ ສາມາດປະຕິບັດໄດ້ 87,7 ສ່ວນຮ້ອຍ,ການປີ່ນປົວສົມທົບຢາຫຼວງ-ຢາພື້ນເມືອງ ແມ່ນຈັດຕັ້ງປະຕິບັດ ໄດ້ 100 ສ່ວນຮ້ອຍໃນທົ່ວແຂວງເຊັ່ນ:ຜະລິດຢາພື້ນເມືອງ ແມ່ນ ມີ ຢາບໍາລຸງແມ່ຢູ່ກໍາໄດ້ 6,000 ຊອງ, ຢາປົວກະເພາະ 100 ຊອງ ( ຊະນິດຕົ້ມ ) .ການຕິດຕາມກວດກາໂຮງງານຜະລິດນໍ້າດື່ມ ເພື່ອຕິດຕາມຄຸນນະພາບນໍ້າຕາມແຜນ 188 ແຫ່ງ ສາມາດປະຕິບັດໄດ້ 77 ແຫ່ງ ເທົ່າກັບ 40,96ສ່ວນຮ້ອຍ, ສົ່ງຕົວຢ່າງນໍ້າດື່ມໄປວິໄຈ ແຜນການ112 ແຫ່ງ, ປະຕິບັດ 33 ແຫ່ງ ເທົ່າກັບ 29,46 ສ່ວນຮ້ອຍ, ສົ່ງຕົ່ວຢ່າງນໍ້າບາດານ ແຜນການ 10 ບໍ່ ປະຕິບັດໄດ້ 3 ບໍ່ ເທົ່າກັບ 3 ສ່ວນຮ້ອຍ, ຕົວຢ່າງກາເຟ 4 ຕົວຢ່າງ ສາມາດບັນລຸ ຮ້ອຍສ່ວນຮ້ອຍ, ວຽກງານ​ກວດກາ​ອາຫານສໍາເລັດຮູບ,ເຄື່ອງສໍາອາງ, ​ ຕາມ​ທ້ອງ​ຕະຫຼາດ ,ຜິດລະບຽບ ຖືກກັກຢືດ ແລະ ທໍາລາຍ ຈຳນວນຄັ້ງກວດທັງໝົດ: 46 ຄັ້ງ ພົບລາບການຕ້ອງຫ້າມ 216 ລາຍການ ລວມມູນຄ່າ 89 ລ້ານກວ່າກີບ, ກວດກາອາຫານສົດໂດຍນໍາໃຊ້ຊຸດທົດສອບຂັ້ນພື້ນຖານ​ ຕາມ​ທ້ອງ​ຕະຫຼາດ ,ຜິດລະບຽບ ຖືກກັກຢືດ ແລະ ທໍາລາຍ ປະຕິບັດໄດ້ 49 ຄັ້ງ ກວດພົບ 32 ຕົວຢ່າງ ລວມມູນຄ່າ ສາມລ້ານກວ່າກີບ, ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວມີຫຼາຍຕົວຊີ້ທີ່ບັນລຸຄາດໝາຍ ແລະ ບາງຕົວຊີ້ວັດກໍ່ຍັງຈະຕ້ອງໄດ້ສູ້ຊົນຈັດຕັ້ງປະຕິບັດໃນສົກປີ 2024 ຕາມຄາດໝາຍສູ້ຊົນເຊັ່ນ:

1. ການຈັດຊື້ຢາລວມສູນສະຖານທີ່ບໍລິການສາທາລະນະສຸກຂັ້ນຕ່າງໆ ຂອງລັດທົ່ວແຂວງ ໃຫ້ໄດ້ 80 ສ່ວນຮ້ອຍ

2.ຮ້ານຂາຍຢາເປັນວົງປິດຂອງແຕ່ລະເມືອງ, ນະຄອນປາກເຊ ໃຫ້ໄດ້ 90 ສ່ວນຮ້ອຍ

3.ນໍາໃຊ້ຢາພື້ນເມືອງ – ຢາພື້ນເມືອງຊະນິດຕົ້້ມ ຢູ່ ໂຮງໝໍແຂວງ ໃຫ້ໄດ້ 1,000 ຊອງ/ປີ ແລະ ສະຖານທີ່ບໍລິການໂຮງໝໍຊຸມຊົນ ໃຫ້ໄດ້ 500 ຊອງ/ປີ

4. ປະຕິບັດການຈ່າຍເງິນຈັດຊື້ຢາອຸປະກອນການແພດ ໃຫ້ບໍລິສັດ ≥ 75 ສ່ວນຮ້ອຍ

5. ໂຮງງານນໍ້າດື່ມໄດ້ທະບຽນ ກອຢຂອງແຕ່ລະເມືອງ, ນະຄອນປາກເຊ ໃຫ້ໄດ້ 75 ສ່ວນຮ້ອຍ

6. ກວດກາອາຫານສໍາເລັດຮູບ ແລະ ເຄມີເຄື່ອງສໍາອາງ ຂັ້ນແຂວງ 12 ຄັ້ງ/ປີ , ຂັ້ນເມືອງ 4ຄັ້ງ/ປີ

7. ກວດກາອາຫານສົດໃຊ້ຊຸດທົດສອບໃຫ້ໄດ້ ຂັ້ນແຂວງ 12 ຄັ້ງ/ປີ , ຂັ້ນເມືອງ 2ຄັ້ງ/ປີ

8. ໃຫ້ມີຢາຈໍາເປັນພື້ນຖານ 48 ລາຍການ ພຽງພໍ ສໍາລັບໃຊ້ 30 ວັນຢູ່ສຸກສາລາ ໃຫ້ໄດ້ 85ສ່ວນຮ້ອຍ

super_admin

About Author

Leave a comment

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *

You may also like

ສຸຂະສຶກສາ ວຽກງານບໍລິຫານແຜນການແລະການເງິນ ວຽກງານແມ່ແລະເດັກ ໂພຊະນາການ

ຂະແໜງອພນາໄມແລະສົ່ງເສີມສູຂະພາບຮ່ວມກັບຂະແໜງບໍລິຫານ-ແຜນການແລະການເງີນພະແນກສາທາລະນະສຸກແຂວງຈຳປາສັກ, ອົງການອະນາໄມໂລກ ສຳເລັດການຝືກອົບຮົມການລົງທະບຽນວັກຊິນກັນພະ ຍາດ ເຂົ້າໃນລະບົບເອເລັກໂທນິກ (EIR) ໃຫ້ ໂຮງຫມໍເມືອງ ແລະ ໂຮງໝໍນ້ອຍ ໃຫ້ແກ່ເມືອງ ປາກຊ່ອງ,ເມືອງ ໂພນທອງ ແລະ ເມືອງ ບາຈຽງຈເລີນສູກ

ຂະແໜງອພນາໄມແລະສົ່ງເສີມສູຂະພາບຮ່ວມກັບຂະແໜງບໍລິຫານ-ແຜນການແລະການເງີນພະແນກສາທາລະນະສຸກແຂວງຈຳປາສັກ, ອົງການອະນາໄມໂລກ ສຳເລັດການຝືກອົບຮົມການລົງທະບຽນວັກຊິນກັນພະ ຍາດ ເຂົ້າໃນລະບົບເອເລັກໂທນິກ (EIR) ໃຫ້ ໂຮງຫມໍເມືອງ ແລະ ໂຮງໝໍນ້ອຍ ໃຫ້ແກ່ເມືອງ ປາກຊ່ອງ,ເມືອງ ໂພນທອງ ແລະ ເມືອງ ບາຈຽງຈເລີນສູກ
ສຸຂະສຶກສາ ວຽກງານສັກຢາວັກຊິນ ວຽກງານບໍລິຫານແຜນການແລະການເງິນ ວຽກງານລະບາດ ວຽກງານວັນນະໂລກ ວຽກງານອາຫານແລະຢາ ວຽກງານແມ່ແລະເດັກ ວຽກງານໄຂ້ຍຸງ ໂພຊະນາການ

ພິທີປະກາດເມືອງສະຂຸມາເປັນເມືອງຢຸດຕິການຖ່າຍຊະຊາຍ.

#ພິທີປະກາດເມືອງສະຂຸມາເປັນເມືອງຢຸດຕິການຖ່າຍຊະຊາຍ. ໃນຕອນເຊົ້າວັນທີ27 ຕຸລາ 2023ນີ້,ເມືອງສຸຂຸມາ ແຂວງຈຳປາສັກໄດ້ຈັດພິທີປະກາດຮັບຮອງ ເມືອງສຸຂຸມາ ເປັນເມືອງຢຸດຕິການຖ່າຍຊະຊາຍ,ຢູ່ທີ່ສະໂມສອນຂອງເມືອງ,ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ແກ້ວລັດຕະນະ ສີຫາວົງ ຄະນະປະຈຳພັກແຂວງ ຮອງປະທານສະພາປະຊາຊົນແຂວງຈຳປາສັກ ຜູ້ຊີ້ນຳວຽກງານຮອບດ້ານຢູ່ເມືອງສຸຂຸມາ,ເປັນກຽດເຂົ້າຮ່ວມຂອງທ່ານ ສົມເພັດ ບຸດສະດີ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງໆສຸຂຸມາ ,ທ່ານ ດຣ ຈັນສະໝອນ