ເຊີນຊວນບັນດາທ່ານ!

📌ຢ່າລືມ ຢ່າພາດໂອກາດພິເສດໃນໄວໆນີ້ 👩🏻‍⚕🧑🏻‍⚕✅ 📌ເດັກອາຍຸລຸ່ມ 5 ປີ (9-59 ເດືອນ) ຈຳເປັນຕ້ອງກັນຮັບພູມຄຸ້ມກັນຈາກວັກຊີນກັນພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍ. 📌 ພົບກັນໄດ້ທີ່ໂຮງໝໍ ແລະ ຈຸດໃຫ້ບໍລິການທົ່ວປະເທດນັບແຕ່ວັນທີ 20-31 ພຶດສະພາ 2024.

ສຸຂະສຶກສາ ວຽກງານສັກຢາວັກຊິນ ວຽກງານບໍລິຫານແຜນການແລະການເງິນ ວຽກງານລະບາດ ວຽກງານແມ່ແລະເດັກ ໂພຊະນາການ

ກອງປະຊຸມປຸກລະດົມວຽກງານສື່ສານເພື່ອສຸຂະພາບໃຫ້ຄະນະກຳມະການຂັ້ນເມືອງ,ກຸ່ມບ້ານ ແລະຂັ້ນບ້ານ ທີ່ ນະຄອນປາກເຊ

ກອງປະຊຸມປຸກລະດົມວຽກງານສື່ສານເພື່ອສຸຂະພາບໃຫ້ຄະນະກຳມະການຂັ້ນເມືອງ,ກຸ່ມບ້ານ ແລະຂັ້ນບ້ານ ທີ່ ນະຄອນປາກເຊ

ກົດລີ້ງນີ້ເພື່ອເບິ່ງວິດີໂອ:https://fb.watch/s2ydvWhaws/

ກອງປະຊຸມໄດ້ເປີດຂື້ນຢູ່ທີ່ຫ້ອງປະຊຸມພະແນກສາທາລະນະສຸກແຂວງ ຂອງວັນທີ13/05/2024, ກອງປະຊຸມຄັ້ງນີ້ໃຫ້ກຽດເຂົ້າຮ່ວມຂອງທ່ານ ດຣ ວຽງສີ ສຸພັກດີ ກຳມະການພັກແຂວງ ຫົວໜ້າພະແນກສາທາລະນະສຸກແຂວງ, ທ່ານ ເກດສະໜາ ຄຳມິ່ງສະຫວັດ ປະທານ ຄມດ ນະຄອນປາກເຊ ມີບັນດາທ່ານຜູ້ແທນກອງປະຊຸມເຂົ້າຮ່ວມປະກອບມີ:ທ່ານຕ່າງໝ້າຈາກພະແນກພາຍໃນແຂວງ,ທ່ານຄະນະກຳມະການຮັກສາສຸຂະພາບຂັ້ນເມືອງ,ທ່ານເລຂາ/ຮອງເລຂາກຸ່ມບ້ານ5ກຸ່ມບ້ານ, ຫົວໜ້າສຸກສາລາ,ທ່ານເລຂາພັກບ້ານ,ອສບ ບ້ານ ,ຕ່າງໝ້າ10ບ້ານເທດ ສະບານ, 6 ບ້ານໃຫຍ່, ຫົວໜ້າຂະແໜງອະນາໄມແລະ ສົ່ງເສີມສຸຂະພາບພ້ອມດ້ວຍວິຊາການສຸກຂະສຶກສາຂັ້ນແຂວງ,ພິເສດມີ ຕ່າງໝ້າອົງການອະນາໄມໂລກເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງຂອງກອງປະຊຸມເພື່ອລາຍງານເຖິງຄວາມ ສຳຄັນໃນການຈັດຕັ້ງປະຕິບັດວຽກງານສັກວັກຊີນກັນພະຍາດໝາກແດງໃຫຍ່-ໝາກແດງນ້ອຍ, ຄວາມອັນຕະລາຍຂອງພະຍາດໝາກແດງທີ່ມີຜົນກະທົບຫຍັງຕໍ່ສຸຂະພາບໃນເວລາຕິດເຊື້ອພະຍາດດັ່ງກ່າວ,ລາຍງານເຖິງຈຳນວນອັດຕາການປົກຄຸມການສັກວັກຊິນປ້ອງກັນພະຍາດຢູ່ບັນດາເມືອງທີ່ຍັງບໍ່ທັນບັນລຸຄາດໝາຍ95%ຍັງມີຫລາຍເມືອງ, ສະນັ້ນກອງປະຊຸມຄັ້ງນີ້ແມ່ນເພື່ອຂໍການສະໜັບສະໝູນທຸກຂັ້ນ,ທຸກພາກສ່ວນເພື່ອເກັບກໍາຂໍ້ມູນເປົ້າໝາຍ,ໂຄລະນາປະຊາສຳພັນໃຫ້ທົ່ວເຖິງທຸກກຸ່ມເປົ້າໝາຍຜ່ານຊ່ອງທາງຕ່າງໆ, ຮັບປະກັນໃຫ້ໄດ້ຫຼາຍກວ່າ95%ໃນການຈັດຕັ້ງປະຕິບັດວຽກງານຄັ້ງນີ້.

super_admin

About Author

Leave a comment

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *

You may also like

ສຸຂະສຶກສາ

ສູນໂພຊະນາການເປີດຊຸດອົບຮົມທີ່ປຶກສາການລ້ຽງລູກດ້ວຍນົມແມ່ ລຸ້ນທີ 3 ໄລຍະສັ້ນ ໃນຫຼັກສູດທີ່ປຶກສາການລ້ຽງລູກດ້ວຍນົມແມ່ ໃຫ້ ບັນດາກົມຕ່າງໆອ້ອມຂ້າງກະຊວງສາທາ, ໂຮງໝໍສູນກາງ ແລະ ສູນຕ່າງໆ.

ສູນໂພຊະນາການເປີດຊຸດອົບຮົມທີ່ປຶກສາການລ້ຽງລູກດ້ວຍນົມແມ່ ລຸ້ນທີ 3 ໄລຍະສັ້ນ ໃນຫຼັກສູດທີ່ປຶກສາການລ້ຽງລູກດ້ວຍນົມແມ່ ໃຫ້ ບັນດາກົມຕ່າງໆອ້ອມຂ້າງກະຊວງສາທາ, ໂຮງໝໍສູນກາງ ແລະ ສູນຕ່າງໆ. ການຝຶກອົບຮົມການລ້ຽງລູກດ້ວຍນົມແມ່ ແມ່ນມີຄວາມໝາຍຄວາມສຳຄັນ ແລະ ເລິກເຊິ່ງໃນການສົ່ງເສີມສຸຂະພາບ ແລະ ໂພຊະນາການຂອງແມ່ ແລະ ເດັກ ກິນນໍ້ານົມແມ່ແຕ່ມື້ເກີດ ແມ່ນມີຄຸນປະໂຫຍດມະຫາສານ
ສຸຂະສຶກສາ ວຽກງານລະບາດ

ຊຸດຝຶກອົບຮົມກ່ຽວກັບການສອດແຊກຄວາມຮູ້ໃບໄມ້ໃນເລືອດ ແລະ ພະຍາດຕິດຕໍ່ຈາກໜ້າດິນເຂົ້າໃນການຮຽນການສອນໃຫ້ແກ່ຜູ້ອໍານວຍການໂຮງຮຽນປະຖົມ ແລະ ມັດທະຍົມ,ທີ່ ເມືອງໂຂງ,ແຂວງຈໍາປາສັກ

ຊຸດຝຶກອົບຮົມກ່ຽວກັບການສອດແຊກຄວາມຮູ້ໃບໄມ້ໃນເລືອດ ແລະ ພະຍາດຕິດຕໍ່ຈາກໜ້າດິນເຂົ້າໃນການຮຽນການສອນໃຫ້ແກ່ຜູ້ອໍານວຍການໂຮງຮຽນປະຖົມ ແລະ ມັດທະຍົມ,ທີ່ ເມືອງໂຂງ,ແຂວງຈໍາປາສັກ #ວັນທີ 21-22 ພະຈິກ 2023.