ເຊີນຊວນບັນດາທ່ານ!

ເຊີນຊວນບັນດາທ່ານໄປສັກວັກຊິນກັນພະຍາດໂຄວິດ-19 ເພື່ມພູມຄູ້ມກັນແກ່ຮ່າງກາຍ ຢູ່ສະຖານທີ່ບໍລິການຂອງ + ໂຮງໝໍ ຈຳປາສັກ + ວິທະຍາໄລ ວິທະຍາສາດສຸຂະພາບ ຈຳປາສັກ

ສາຂາສູນການແພດຟື້ນຟູໜ້າທີ່ການ ສຸຂະສຶກສາ ວຽກງານບໍລິຫານແຜນການແລະການເງິນ ວຽກງານລະບາດ ວຽກງານວັນນະໂລກ ວຽກງານອາຫານແລະຢາ ວຽກງານແມ່ແລະເດັກ ວຽກງານໄຂ້ຍຸງ ອົງການຈັດຕັ້ງມະຫາຊົນ

ພະແນກສາທາລະນະສຸກແຂວງ​ຈໍາປາສັກຈັດພິທີປະກາດພະນັກງານ-ລັດຖະກອນອອກພັກການຮັບອຸດໜູນບໍານານເປັນທາງການຢ່າງສົມກຽດ.

ພະແນກສາທາລະນະສຸກແຂວງ​ຈໍາປາສັກຈັດພິທີປະກາດພະນັກງານ-ລັດຖະກອນອອກພັກການຮັບອຸດໜູນບໍານານເປັນທາງການຢ່າງສົມກຽດ.​

-​—​—-=========———

#ຕອນເຊົ້າວັນທີ 19 ກຸມພາ 2024,​ ພະແນກສາທາລະນະສຸກແຂວງຈຳປາສັກ​ ໄດ້ຈັດພິທີປະກາດພະນັກງານ-ລັດຖະກອນອອກພັກການຮັບອຸດໜູນບໍານານຂື້ນຢ່າງເປັນທາງການ.​ ພິທີຈັດຂຶ້ນຢູ່ຫ້ອງປະຊຸມພະແນກສາທາລະນະສຸກແຂວງຈຳປາສັກດັກ, ໂດຍການເປັນປະທານ ຂອງ​ ທ່ານ ດຣ ວຽງສີ ສຸພັກດີ ກໍາມະການພັກແຂວງ​ ຫົວໜ້າ​ ພະແນກສາທາລະນະສຸກແຂວງ . ມີທ່ານ​ ແສງອາທິດ ຂັນດາລາ ຮອງ ຫົວໜ້າພະແນກພາຍໃນແຂວງ, ທ່ານ ຄະນະພະແນກສາທາລະນະສຸກແຂວງ, ມີທ່ານ ຜູ້ອຳນວຍການໂຮງໝໍຈຳປາສັກ, ຜູ້ອຳນວຍການວິທະຍາໄລວິທະຍາສາດສຸຂະພາບ, ຜູ້ອຳນວຍການໂຮງງານຜະລິດຢາ ຊີບີເອັຟ, ຫົວໜ້າຂະແໜງ,ຮອງຂະແໜງ,ພະນັກງານວິຊາການອ້ອມຂ້າງພະແນກສາທາລະນະສຸກແຂວງ, ມີທ່ານຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການສາທາລະນະສຸກ 9 ເມືອງ ແລະ ນະຄອນປາກເຊ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ:

#ໃນພິທີ​ ທ່ານ​ ແສງອາທິດ ຂັນດາລາ ຮອງຫົວໜ້າ​ພະແນກພາຍໃນແຂວງ ໄດ້ຜ່ານຂໍ້ຕົກລົງຂອງເຈົ້າແຂວງຈໍາປາສັກ ເລກທີ​ 62 /ຈຂ.ຈຂ, ລົງວັນທີ 12 ມັງກອນ2024​ ວ່າດ້ວຍການອະນຸມັດໃຫ້​ ພະນັກງານ​ ນໍາ​ພາ​ -​ ຄຸ້ມຄອງ​ ຂອງພະແນກສາທາລະນະສຸພກຂວງຈຳປາສັກ ອອກພັກການ​ -​ ຮັບອຸດໜູນບໍານານ​ ປະຈໍາ​ປີ​ 2024 ຄື: ທ່ານ ດຣ ສີວິໄຊ ໄຊຍະສານ ຮອງຫົວໜ້າພະແນກສາທາລະນະສຸກແຂວງ ອອກພັກການ – ຮັບອຸດໜູນບໍານານ ແຕ່ວັນທີ 1 ມັງກອນ​ 2024 ເປັນຕົ້ນໄປ.

#ຕໍ່ມາ, ທ່ານ ດຣ ວຽງສີ ສຸພັກດີ ຫົວໜ້າພະແນກສາທາລະນະສຸກແຂວງ ກໍໄດ້ປະກອບມີຄໍາເຫັນ ໂດຍເລົ່າຄືນປະຫວັດການເຄື່ອນໄຫວວຽກງານໃນໄລຍະຜ່ານມາໂດຍສັງເຂບ.​ ຈາກນັ້ນ, ກໍໄດ້​ມອບກະຕ່າຂອງຂວັນ ແລະ​ ເງິນອຸດໜູນຈໍານວນໜຶ່ງ​ ໃຫ້ແກ່ທ່ານຜູ້ຮັບບໍານານ ຢ່າງສົມກຽດ.

ພາບ-ຂ່າວ: ພະແນກສາທາລະນະສຸກແຂວງຈຳປາສັກ.

super_admin

About Author

Leave a comment

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *

You may also like

ສຸຂະສຶກສາ

ສູນໂພຊະນາການເປີດຊຸດອົບຮົມທີ່ປຶກສາການລ້ຽງລູກດ້ວຍນົມແມ່ ລຸ້ນທີ 3 ໄລຍະສັ້ນ ໃນຫຼັກສູດທີ່ປຶກສາການລ້ຽງລູກດ້ວຍນົມແມ່ ໃຫ້ ບັນດາກົມຕ່າງໆອ້ອມຂ້າງກະຊວງສາທາ, ໂຮງໝໍສູນກາງ ແລະ ສູນຕ່າງໆ.

ສູນໂພຊະນາການເປີດຊຸດອົບຮົມທີ່ປຶກສາການລ້ຽງລູກດ້ວຍນົມແມ່ ລຸ້ນທີ 3 ໄລຍະສັ້ນ ໃນຫຼັກສູດທີ່ປຶກສາການລ້ຽງລູກດ້ວຍນົມແມ່ ໃຫ້ ບັນດາກົມຕ່າງໆອ້ອມຂ້າງກະຊວງສາທາ, ໂຮງໝໍສູນກາງ ແລະ ສູນຕ່າງໆ. ການຝຶກອົບຮົມການລ້ຽງລູກດ້ວຍນົມແມ່ ແມ່ນມີຄວາມໝາຍຄວາມສຳຄັນ ແລະ ເລິກເຊິ່ງໃນການສົ່ງເສີມສຸຂະພາບ ແລະ ໂພຊະນາການຂອງແມ່ ແລະ ເດັກ ກິນນໍ້ານົມແມ່ແຕ່ມື້ເກີດ ແມ່ນມີຄຸນປະໂຫຍດມະຫາສານ
ສຸຂະສຶກສາ ວຽກງານລະບາດ

ຊຸດຝຶກອົບຮົມກ່ຽວກັບການສອດແຊກຄວາມຮູ້ໃບໄມ້ໃນເລືອດ ແລະ ພະຍາດຕິດຕໍ່ຈາກໜ້າດິນເຂົ້າໃນການຮຽນການສອນໃຫ້ແກ່ຜູ້ອໍານວຍການໂຮງຮຽນປະຖົມ ແລະ ມັດທະຍົມ,ທີ່ ເມືອງໂຂງ,ແຂວງຈໍາປາສັກ

ຊຸດຝຶກອົບຮົມກ່ຽວກັບການສອດແຊກຄວາມຮູ້ໃບໄມ້ໃນເລືອດ ແລະ ພະຍາດຕິດຕໍ່ຈາກໜ້າດິນເຂົ້າໃນການຮຽນການສອນໃຫ້ແກ່ຜູ້ອໍານວຍການໂຮງຮຽນປະຖົມ ແລະ ມັດທະຍົມ,ທີ່ ເມືອງໂຂງ,ແຂວງຈໍາປາສັກ #ວັນທີ 21-22 ພະຈິກ 2023.